ພະ​ຍາ​ກອນ​ອາ​ກາດລາຍວັນ, ປະ​ຈຳ​ວັນ​ທີ 04 ສິງ​ຫາ 2017

ບໍລິເວນຄວາມກົດດັນອາກາດຕໍ່າມີກໍາລັງປານກາງຫາແຮງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຍັງສືບຕໍ່ພັດປົກຄຸມພາກກາງ ແລະ ພາກໃຕ້ຕື່ມອີກ. ຊຶ່ງລັກສະນະເຊັ່ນນີ້, ຈະເຮັດໃຫ້ຍັງອາກາດຮ້ອນ ແລະ ຍັງຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້.

ແຫລ່ງຂ່າວ:​ ກົມອຸຕຸນິຍົມ ແລະ ອຸທົກກະສາດ