Homeນານາສາລະສິ່ງ​ທີ່​ລັດ­ຖະ­ກອນທັງເກົ່າ ແລະ ໃໝ່ຕ້ອງຮູ້

ສິ່ງ​ທີ່​ລັດ­ຖະ­ກອນທັງເກົ່າ ແລະ ໃໝ່ຕ້ອງຮູ້

Published on

ຜ່ານ​ມາປາ­ກົດ​ມີ​ຫາງ​ສຽງ​ບາງ​ປະ­ການ ​ທີ່​ມີລັກ­ສະ­ນະ​ຫຍໍ້­ທໍ້​ຂອງ​ລັດ­ຖະ­ກອນບາງ​ຄົນ ​ຂາດ​ຈັນຍາ​ບັນ ຫຼື ຂາດ​ຄຸນ­ສົມ­ບັດ ເຊິ່ງ​ບາງ​ຄົນ​ກໍ່​ອາດ​ລະເມີດ​ວິ­ໄນ ເພື່ອ​ເຫັນ­ແກ່​ຜົນ​ປະ­ໂຫຍດ​ເລັກ​ໜ້ອຍ ຫຼື ຈະ​ເປັນ​ຜົນ​ປະ­ໂຫຍດ​ໃຫຍ່​ຫຼວງ​ກໍ່​ຕາມ ຖ້າ­ວ່າ​ມັນເສຍ​ຫາຍ​ແກ່​ສ່ວນ​ລວມ​ແລ້ວ ໜ່ວຍ​ງານ​ຈັດ​ຕັ້ງດັ່ງ­ກ່າວ​ຄວນ​ລົງ​ວິ­ໄນ​ກັນ​ຢ່າງ​ເຂັ້ມ​ງວດ ເພາະ​ມັນຈະ​ລຸ­ກລາມເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ​ຖື ແລະ ການຈັດ​ຕັ້ງ​ດັ່ງ­ກ່າວ​ເສຍ​ຫາຍ ເພາະ​ລະ­ບົບ​ບໍ­ລິ­ຫານວຽກ​ຂາດ​ຫຼັກ­ການ.

ບົດ​ນີ້​ຜູ້​ຂຽນ​ຢາກ​ເວົ້າ​ຄືນ​ເຖິງ​ກົດ­ໝາຍ​ລັດ​ຖະກອນ ເພື່ອ​ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ຫຼາຍ​ຂຶ້ນ​ໃນ​ການປະ­ຕິ­ບັດ​ໜ້າ­ທີ່ ເຊິ່ງ​ຢູ່​ໃນເອ­ກະ­ສານ​ທີ່​ເປັນ​ບົດ​ສັງລວມ​ແຈ້ງ​ຕອບ​ຄຳ​ສະ­ເໜີ​ຂອງ​ປະ­ຊາ­ຊົນ ທີ່​ຄະ­ນະເລ­ຂາ­ທິ­ການ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງວຽງຈັນ ​ສົ່ງ​ເຖິງ​ສື່​ມວນ​ຊົນ ເລກ​ທີ 228/ຄລ ສປ​ນວ ລົງ​ວັນ​ທີ 12/5/2017 ກໍ່​ສະ­ທ້ອນ​ໃຫ້​ເຫັນ​ວ່າ ມີລັດ­ຖະ­ກອນ​ບາງທ່ານ​ລະ­ເມີດ​ລະ­ບຽບ​ວິ­ໄນ ແຕ່​ບົດນີ້​ພຽງ​ຢາກ​ຍົກ​ມາ​ສະ­ເໜີ​ບາງ​ມາດ­ຕາ​ຂອງ​ຄຳແນະ­ນຳ ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ວ່າ​ດ້ວຍ​ພະນັກ​ງານ-ລັດ­ຖະ­ກອນ ກະ­ຊວງ​ພາຍ​ໃນ ລົງ​ວັນ​ທີ 2 ສິງ­ຫາ 2016 ເຊິ່ງ​ຄຳ​ສັ່ງ​ແນະ­ນຳ​ດັ່ງ­ກ່າວ ເປັນການ​ຮັດ­ກຸມ​ຂຶ້ນ​ຕື່ມ​ແກ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂອງກົດ­ໝາຍ​ລັດ­ຖະ­ກອນ ເຊັ່ນ: ໃນ​ມາດ­ຕາ 18 ການບັນ­ຈຸ​ເຂົ້າ​ເປັນ​ລັດ­ຖະ­ກອນ 8.1: ການ​ບັນ­ຈຸ​ລັດ​ຖະກອນ​ໃໝ່ ການ​ບັນ­ຈຸ​ພະ­ນັກ­ງານ​ຈາກ​ກຳ­ລັງ​ປະກອບ​ອາ­ວຸດ (ກະ­ຊວງ​ປ້ອງ​ກັນ​ປະ­ເທດ ກະ­ຊວງປ້ອງ​ກັນ​ຄວາມ​ສະ­ຫງົບ)… ໃຫ້​ບັນ­ຈຸ​ເຂົ້າ​ຕາມ​ຕົວເລກ​ລັດ­ຖະ­ກອນ​ໃໝ່​ທີ່​ລັດ­ຖະ­ບານ​ອະ­ນຸ­ມັດ​ໃນ​ແຕ່ລະ​ປີ​ງົບ­ປະ­ມານ ແລະ ອີງ­ໃສ່​ຕຳ­ແໜ່ງ​ງານ​ທີ່​ກຳນົດ​ໄວ້​ຢູ່​ໃນ​ໂຄງ​ປະ­ກອບ​ການ­ຈັດ­ຕັ້ງ​ຢ່າງ​ຈະ­ແຈ້ງ ແລະ ໃຫ້​ບັນ­ຈຸ​ເຂົ້າ​ໃນ​ງວດ​ໜຶ່ງ ແລະ ງວດ​ສາມຂອງ​ປີ​ງົບ­ປະ­ມານ 8.2 ບຸກ­ຄົນ​ທີ່​ຈະ​ຖືກ​ບັນ­ຈຸ​ເຂົ້າເປັນ​ລັດ­ຖະ­ກອນ​ໃໝ່ ຕ້ອງ​ໄດ້​ຜ່ານ​ການ​ສອບ­ເສັງ ແລະ ເລືອກ­ເຟັ້ນ​ເອົາ​ຄົນ​ດີ-ຄົນ​ເກ່ງ ມີ​ທັດ­ສະ­ນະຄະ­ຕິ​ການ­ເມືອງ​ໜັກ​ແໜ້ນ ມີ​ຄຸນ­ສົມ­ບັດ​ສິນ​ທຳປະ­ຕິ­ວັດ ເຄົາ­ລົບ​ຕໍ່​ການ­ຈັດ­ຕັ້ງ ແລະ ກົດ­ໝາຍ ມີຈັນ​ຍາ​ບັນ ມີ​ປະ­ຫວັດ​ທີ່​ຈະ­ແຈ້ງ ມີ​ຄຸນ­ສົມ­ບັດ​ສິນທຳ​ປະ­ຕິ­ວັດ… ໃນ​ຂໍ້​ນີ້​ຜູ້​ທີ່​ຈະ​ເຂົ້າ​ເປັນ​ລັດ­ຖະ­ກອນ ຫຼື ໄດ້​ເປັນ​ລັດ­ຖະ­ກອນ​ແລ້ວ​ຄວນ​ຈະ​ຕ້ອງ​ສຶກ​ສາໃຫ້​ເຂົ້າ­ໃຈ​ແຈ້ງ ແລ້ວ​ມີ​ຈິດ​ສຳ­ນຶກ​ໃນ​ການ​ເຮັດວຽກ​ເພື່ອ​ສ່ວນລວມ ເຮັດ​ວຽກ​ເພື່ອ​ປະ­ຕິ­ບັດ​ໃຫ້ຫຼ້ອນ​ໜ້າ­ທີ່ ເຊິ່ງ​ຕ້ອງ​ໄດ້​ຍົກ​ສູງ​ຕໍ່​ຄຳ​ເວົ້າ​ທີ່​ວ່າ: ຈັນ​ຍາ​ບັນ ແລະ ຄຸນ­ສົມ­ບັດ​ສິນ​ທຳປະ­ຕິ­ວັດ ເພາະຖ້າ​ພະ­ນັກ­ງານ​ຂາດ​ຄຸນ­ສົມ­ບັດ​ດັ່ງ­ກ່າວ ອາດ​ມີ​ຈິດໃຈ​ເຫັນ­ແກ່​ປະ­ໂຫຍດ​ສ່ວນ​ຕົນ ເພາະ­ວ່າລັດ​ຖະກອນຄື​ພະ­ນັກ­ງານ​ຂອງ​ລັດ ກິນ​ເງິນ­ເດືອນ​ຂອງລັດ ຕ້ອງ​ຊື່­ສັດ​ຕໍ່­ໜ້າ​ທີ່ ຖ້າ​ຝືນ​ກໍ່​ຖື​ວ່າ​ລະ­ເມີດ​ກົດໝາຍ​ລັດ­ຖະ­ກອນ.

ສະ­ຫຼຸບ​ໄດ້​ວ່າ: ພະ­ນັກ­ງານ-ລັດ­ຖະ­ກອນທັງເກົ່າ ແລະ ໃໝ່ ຫຼື ຜູ້​ທີ່​ກຳ­ລັງ​ຈະ​ເຂົ້າ​ເປັນ​ລັດ​ຖະກອນ ຕ້ອງ​ໄດ້​ຄຳ­ນຶງ​ເຖິງ​ກົດ­ໝາຍ ແລະ ຈັນ​ຍາບັນ​ຢູ່​ສະ­ເໝີ ເນື່ອງ​ຈາ​ກວ່າຕົນ​ກິນ​ເງິນ­ເດືອນຂອງ​ລັດ ຕ້ອງ​ໄດ້​ສະ­ໜອງ​ວຽກ​ໃຫ້​ລັດ ບໍ່​ຊັ້ນ​ກໍ່​ຈະຖືກ​ຕີລາ­ຄາ​ວ່າ​ເປັນ​ຜູ້​ລະ­ເມີດ​ກົດ­ໝາຍ ອາດ​ຖືກລົງ­ໂທດ​ຕາມ​ກໍ­ລະ­ນີ​ໜັກ ຫຼື ເບົາ.

 

ຂຽນໂດຍ : ດັ້ນ​ກີບ​ເມກ
ແຫລ່ງທີ່ມາ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...