spot_img
Homeຂ່າວນໍ້າຖ້ວມໄຊຍະບູລີຮັບຜົນກະທົບໜັກຈາກພາຍຸ "ດີເຟຣດຊັນໂຊນກາ"

ໄຊຍະບູລີຮັບຜົນກະທົບໜັກຈາກພາຍຸ “ດີເຟຣດຊັນໂຊນກາ”

Published on

ປັດຈຸບັນນີ້ ມີຜູ້ເສຍຊີວິດແລ້ວ 2 ຄົນຈາກເຫດນໍ້າໄຫລຊຸແຮງໃນເມືອງແກ່ນທ້າວ ແຂວງ ໄຊຍະບູລີ ພາຍຫລັງພາຍຸດີເຟຣດຊັນໂຊນກາພັດຜ່ານນັບແຕ່ວັນທີ 25-27 ກໍລະກົດ 2017 ນີ້ ເຊິ່ງກໍ່ໃຫ້ເກີດຝົນຕົກແຮງ ແລະ ປະລິມານນໍ້າຈາກສາຂາແມ່ນໍ້ານ້ອຍ-ໃຫຍ່ລົ້ນຝັ່ງເຂົ້າຖ້ວມບ້ານ, ເຮືອນ ແລະ ພື້ນທີ່ການຜະລິດຂອງປະຊາຊົນ.

ແຫລ່ງຂ່າວຈາກອໍານາດການປົກຄອງທ້ອງຖິ່ນພາຍໃນແຂວງໄຊຍະບູລີໄດ້ເປີດເຜີຍວ່າ: ເນື່ອງຈາກເກີດມີຝົນຕົກໜັກ ໃນກາງຄືນຂອງວັນທີ 27-28 ກໍລະກົດ 2017 ເຮັດໃຫ້ນ້ຳຫລາຍສາຍເພີ່ມສູງຂຶ້ນ ແລະ ໄຫລຊຸບ້ານເຮືອນຂອງປະຊາຊົນ ຢ່າງກະທັນຫັນ ຢູ່ບ້ານກົງແດງ ແລະ ບ້ານໜອງໃນເມືອງແກ່ນທ້າວ ແຂວງໄຊຍະບູລີ ສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍ 89 ຫລັງຄາເຮືອນ ແລະ ມີຜູ້ເສຍຊີວິດຈຳນວນ 2 ຄົນ ພ້ອມນີ້ຍັງມີຊັບສິນຂອງປະຊາຊົນຈໍານວນໜຶ່ງເສຍຫາຍ.

ທ່ານ ອຳຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ ພ້ອມຄະນະ ໄດ້ລົງຕິດຕາມສະພາບໄພນ້ຳຖ້ວມຄັ້ງນີ້ ພ້ອມເປີດເຜີຍວ່າ: ສະເພາະບ້ານ ກົງແດງ ມີປະຊາຊົນທັງໝົດ 204 ຄອບຄົວ ເຊິ່ງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມມີຈຳນວນ 32 ຄອບຄົວ ໃນນີ້ ເສຍຫາຍໜັກ 13 ຄອບຄົວ, ເຮືອນຖືກນ້ຳຊຸໜີ 2 ຫລັງ, ເລົ້າເຂົ້າ 1 ຫລັງ ລວມທັງໄຮ່ນາ ແລະ ສວນ ເສຍຫລາຍຈຳນວນຫລາຍ. ສ່ວນບ້ານໜອງ ມີປະຊາຊົນທັງໝົດ 355 ຄອບຄົວ ໄດ້ຮັບຜົນກະທົບ 57 ຫລັງຄາ, ເສຍຫາຍໜັກ 45 ຄອບຄົວ ແລະ ເສຍຊີວິດ 1 ຄົນ, ພ້ອມນັ້ນ ຍັງສ້າງຄວາມເສຍຫາຍໃຫ້ແກ່ເນື້ອທີ່ໄຮ ນາ ສວນ ຈຳນວນບໍ່ໜ້ອຍເຊັ່ນກັນ.

ທ່ານ ຮອງເຈົ້າເມືອງແກ່ນທ້າວກ່າວຕື່ມອີກວ່າ: ພາຍຫລັງເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍອັນລະອຽດແລ້ວ ຈະໄດ້ສະເໜີໃຫ້ຄະນະນຳແຂວງໄດ້ຮັບຊາບ ເພື່ອດຳເນີນການຊ່ວຍເຫລືອໂດຍໄວ. ຢ່າງໃດກໍຕາມ ການລົງຕິດຕາມສະພາບນ້ຳຖ້ວມຢູ່ສອງບ້ານຄັ້ງນີ້ ກໍໄດ້ນຳເອົານ້ຳດື່ມ, ອາຫານ ແລະ ອື່ນ ໄປປະ ກອບສ່ວນຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ທັງໃຫ້ກຳລັງໃຈແກ່ປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍທັງ 89 ຄອບຄົວ. ພ້ອມນັ້ນ ຍັງໄດ້ເຕືອນປະຊາຊົນ ທັງສອງບ້ານໃຫ້ມີສະຕິລະວັງຕົວຕື່ມ ເພາະຍັງມີສະພາບຝົນຍັງຈະສືບຕໍ່ຕົກ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...