Homeນານາສາລະໄພຫງຽບຈາກການອາບນ້ຳດ້ວຍສະບູ່ແຫລວ ເຖິງຕາຍ

ໄພຫງຽບຈາກການອາບນ້ຳດ້ວຍສະບູ່ແຫລວ ເຖິງຕາຍ

Published on

      index

19 ສິງຫາ 2014 ຜູ້​ສືບຂ່າວ​ລາຍ​ງານ​ວ່າ ໃນ​ໂຊ​ຊຽວມີ​ການ​ແຊຂໍ້​ມູນ​ກ່ຽວກັບ​ຄຸນສົມບັດ​ຂອງສະ​ບູອາບ​ນ້ຳ ເນື່ອງຈາກ​ປະຈຸບັນ​ມີ​ການ​ໂຄສະນາ​ສະບູແຫລວຢ່າງ​ຫລວງຫລາຍແຕ່​ເຊື່ອ​ ຫລື​ ບໍ່​ວ່າ ອາບ​ນ້ຳ​ດ້ວຍ​ສະ​ບູແຫລວ ຕາຍ​ໄວ!! ” ໂດຍ​ມີ​ຂໍ້​ມູນ​ຈາກ​ວາລະ​ສານ​ ກະເສດຕະກຳ​ທຳມະຊາດ ໄດ້ລະ​ບຸ​ໄວ້​ຢ່າງ​ຊັດເຈນ ສະ​ບູແຫລວ​ທີ່​ເຮົາ​ໃຊ້​ກັນ​ຢູ່​ນັ້ນສ່ວນ​ໃຫຍ່​ບໍ່ແມ່ນ​ສະ​ບູແຕ່​ເປັນ​ສານ​ເຄ​ມີ​ລ້ວນໆ

ສະ​ບູແຫລວ​ທີ່​ດີ​ແທ້ໆ ຈະ​ຕ້ອງ​ມີ​ສ່ວນ​ປະສົມ​ຂອງ​ ສະ​ບູຢ່າງ​ນ້ອຍ 25%ແລ້ວ​ທີ່​ເຫລືອ​ເປັນນ້ຳ ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ບໍ່​ມີສະ​ບູແຫລວ​ແບບ​ນີ້​ວາງ​ຂາຍ​ຢູ່​ເລີຍ ເພາະ​ຜະລິດຕະພັນ​ເກືອບ​ທຸກ​ຊະນິດ​ທີ່​ວາງ​ຂາຍ​ຢູ່​ນັ້ນ ເປັນ​ພຽງສານ​ຊັກ​ຟອກ ​ຫລື​ ໄດເທີເຈນ ປະສົມ​ກັບ​ສານ​ເຄ​ມີ​ສັງ​ເຄາະອື່ນໆ

ຜົນ​ກະທົບ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ໃຊ້​ສະ​ບູແຫລວ ຄົງຈະບໍ່​ເກີດ​ຂຶ້ນ​ໃນ​​ທັນ​ທີທັນໃດ ແຕ່​ຈະ​ສະ​ສົມ​ເປັນ​ບັນຫາ​ໃນ​ໄລ​ຍະ​ຍາວ​ໄດ້ເພາະ​ສານ​ເຄ​ມີ​ເຫລົ່າ​ນີ້​ຈະ​ແຊກ​ຊຶມ​ລົງ​ໄປ​ໃນ​ຜິວ​ໜັງ ອະໄວຍະວະພາຍ​ໃນ ແລະ​ ກະ​ແສ​ເລືອດ​ໄດ້​ທຸກ​ເທື່ອ​ທີ່​ເຮົາ​ອາບ​ນ້ຳ SLS ຫລື ໂຊ​ດຽມ​ລໍ​ລິນ​ຊັນ​ເຟຕ  ໃຫ້ລອງ​ໄປຄົ້ນຄວ້າພວກ​ຜະລິດຕະພັນ​ຊັກ​ລ້າງ​ທຸກ​ຢ່າງ​ເບິ່ງ​ຈະ​ເຫັນ​ສ່ວນ​ປະສົມ​ນີ້​ແທ້ໆ ບາງ​ທີ​ໃຊ້​ຊື່​ວ່າ “ລໍ​ລິນ”ເປັນ​ສານ​ເຄ​ມີ​ອັນຕະລາຍ ຫລາຍ​ປະເທດ​ໃນ​ຍຸ​ໂລບ​ ແລະ​ ອະ​ເມ​ລິ​ກາ​ ມີ​ກົດ​ໝາຍ​ຫ້າມ​ໃຊ້​ແລ້ວ ແລະ​ ບາງ​ປະເທດ​ກໍ​ກຳ​ກັບໃຫ້​ມີ​ການ​ໃຊ້​ໜ້ອຍ​ລົງແຕ່​ໃນ​ບ້ານເມືອງເຮົາພັດ​ໃຊ້ກັນ​ຢ່າງ​ແພ່​ຫລາຍ

“ເປັນ​ສານ​ເຄ​ມີ​ທີ່​ດູດ​ຊຶມ​ຜ່ານ​ຜິວ​ໜັງ​ໄດ້​ງ່າຍ ​ແລະ ​ວ່ອງໄວ ສາມາດ​ສະ​ສົມ​ຢູ່ໃນ​ດວງ​ຕາ ສະຫມອງ ຫົວ​ໃຈ ຕັບ ແລະ​ ກໍ່​ບັນຫາ​ໃນ​ໄລ​ຍະ​ຍາວ ຍິ່ງ​ມີ​ການ​ໃຊ້​ຮ່ວມ​ກັບສານ​ປະກອບ​ຕະກູນ​ອາ​ມີນ ກໍ​ຈະ​ກາຍ​ເປັນ​ສານ​ກໍ່​ມະ​ເຮັງໃນ​ທີ່ສຸດ ສະ​ນັ້ນການ​ກັບ​ໄປ​ໃຊ້​ສະ​ບູກ້ອນ​ຈະ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່ສຸດ”

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...