spot_img
Homeນານາສາລະປະໂຫຍດ ແລະ ຄຸນຄ່າທາງອາຫານຂອງປາທູ

ປະໂຫຍດ ແລະ ຄຸນຄ່າທາງອາຫານຂອງປາທູ

Published on

ປາທູ ເປັນປາທີ່ມີຄຸນປະໂຫຍດ ແລະ ສານອາຫານທີ່ພຽງພໍຕໍ່ຮ່າງກາຍໂດຍເຮົາບໍ່ຕ້ອງກິນອາຫານເສີມຕື່ມ ເຊິ່ງການກິນປາທູພຽງ 1 ໂຕ ຈະໄດ້ຮັບສານອາຫານຫຼາຍຊະນິດດັ່ງນີ້:

1. ປາທູ ອຸດົມໄປດ້ວຍ EPA ແລະ DHA ເຊິ່ງເປັນກຣົດໄຂມັນບໍ່ອີ່ມຕົວ ໂດຍສານທັງສອງຊະນິດນີ້ຈະເຮັດໜ້າທີ່ຫຼຸດການຈັບຕົວຂອງເກັດເລືອດທີ່ຜິດປົກກະຕິໃນບາງຄົນຈິ່ງເຮັດໃຫ້ເປັນພາວະຫຼອດເລືອດແຂງຕົວ ຫຼື ພົບການອັກເສບ ນອກຈາກນີ້ທັງ EPA ແລະ DHA ຍັງມີສ່ວນຊ່ວຍໃນການຫຼຸດລະດັບໄຂມັນຊະນິດທີ່ເຮັດໃຫ້ເກີດຫຼອດເລືອດອຸດຕັນໄດ້

2. ໃນປາທູ 1 ໂຕ ຈະໃຫ້ໂປຣຕິນສູງເຖິງ 20 ກຣາມຕໍ່ນ້ຳໜັກ 100 ກຣາມ ເຊິ່ງໂປຣຕິນທີ່ໄດ້ຈາກປາທູຈະເປັນໂປຣຕິນທີ່ຍ່ອຍງ່າຍ ຮ່າງກາຍສາມາດນຳໄປໃຊ້ປະໂຫຍດໄດ້ທັນທີ

3. ສັບພະຄຸນຂອງປາທູມີແຄລຊຽມ ແລະ ຟອສຟໍຣັສ ໂດຍປະລິມານແຄລຊຽມໃນປາທູຈະສູງເຖິງ 170 ມິລລິກຣາມຕໍ່ປາທູສົດ 100 ກຣາມ ນອກຈາກນີ້ຍັງອຸດົມໄປດ້ວຍຟອສຟໍຣັສທີ່ຈຳເປັນຕໍ່ຮ່າງກາຍ ໂດຍສານອາຫານເຫຼົາ່ນີ້ຈະມີສ່ວນຊ່ວຍໃນການເສີມສ້າງຄວາມແຂງແຮງກະດູກ ແລະ ແຂ້ວໄດ້ເປັນໄດ້ເປັນຢ່າງດີ ໂດຍສະເພາະກັບເດັກນ້ອຍ ແລະ ຜູ່ສູງອາຍຸ

4. ປະໂຫຍດຂອງປາທູອຸດົມໄປດ້ວຍໂອເມກ້າ 3 ແລະ 6 ທີ່ມີສ່ວນຊ່ວຍໃນການທຳງານຂອງລະບົບປະສາດ ແລະ ສະໝອງຍັງເປັນສ່ວນປະກອບຂອງເຍື່ອບຸຜະໜັງເຊລ ຊ່ວຍຫຼຸດໄຂມັນ ຫຼຸດຄວາມສ່ຽງທັງໂຣກຫົວໃຈ ແລະ ຫຼອດເລືອດ ນອກຈາກນີ້ໂອເມກາ 3 ແລະ 6 ໃນປາທູນີ້ ຍັງເປັນໂຄງສ້າງທີ່ສຳຄັນຂອງເນື້ອເຍື້ອບໍລິເວນປະສາດຕາ ຫຼື retina ທີ່ຊ່ວຍໃນການເບິ່ງເຫັນໄດ້ດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...