Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄວລຸ້ນຄະນອງທີ່ກໍ່ເຫດແກວ່ງກ້ອນຫີນໃສ່ລົດທຽວທາງຖືກຈັບຍົກກຸ່ມ

ໄວລຸ້ນຄະນອງທີ່ກໍ່ເຫດແກວ່ງກ້ອນຫີນໃສ່ລົດທຽວທາງຖືກຈັບຍົກກຸ່ມ

Published on

ພະແນກສຶບສວນ-ສອບສວນ ປກສ ເມືອງໜໍ້ ແຂວງອຸດົມໄຊ ໄດ້ຕິດຕາມຈັບຕົວໄວລຸ້ນຈໍານວນ 5 ຄົນ ທີ່ກໍ່ເຫດເອົາກ້ອນຫີນ ແກວ່ງໃສ່ແວນລົດໃຫຍ່ທຽວທາງ ຢູ່ເສັ້ນທາງລະຫວ່າງເມືອງນາໝໍ້ຫາດ່ານພູຫຼັກຄໍາຊາຍແດນຈີນ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ, ເຫດເກີດ ໃນວັນທີ 15 ກໍລະກົດ 2017 ທີ່ຜ່ານມາ.

ເຈົ້າໜ້າທີ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ ຮັບແຈ້ງຄວາມຈາກຜູ້ເສຍຫາຍຈໍານວນ 3 ຄົນວ່າ: ມີໄວລຸ້ນຈໍານວນໜຶ່ງທີ່ຍ່າງຕາມທາງ ໃຊ້ກ້ອນຫີນແກວ່ງໃສ່ແວນໜ້າລົດຈົນແຕກ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ. ຜ່ານການລົງກວດກາລົດ ທີ່ຖືກເສຍຫາຍ ແລະ ສະຖານທີ່ເກີດເຫດເຫັນວ່າມີຄວາມຈິງ. ຈາກນັ້ນ, ຈຶ່ງໄດ້ຂຶ້ນເປົ້າໝາຍຕິດຕາມຈັບຕົວພວກກໍ່ເຫດ. ໃນມື້ຕໍ່ມາ, ເຈົ້າໜ້າທີ່ ກໍສາມາດຕິດຕາມຈັບຕົວພວກກໍ່ເຫດໄດ້ ຈໍານວນ 5 ຄົນ ຄື: ທ້າວ ບຸນຢືນ ອາຍຸ 19 ປີ, ທ້າວ ສົມ ອາຍຸ 18 ປີ, ທ້າວ ບຸນມີ ( ໂງກ ) ອາຍຸ 19 ປີ, ທ້າວ ບຸນມີ ອາຍຸ 18 ປີ, ທ້າວ ຄໍາ ອາຍຸ 18 ປີ ທັງ 5 ຄົນ ຢູ່ບ້ານນາໝໍ້ເໜືອ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງປັດຈຸບັນເຈົ້າ ໜ້າທີ່ໄດ້ນຳຕົວພວກກ່ຽວໄປດຳເນີນຄະດີຕາມກົດໝາຍແລ້ວ.

 

ແຫລ່ງຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...