spot_img
Home​ຂ່າວບັນເທິງ"ຈັສຕິນ ບິເບີຣ" ປະກາດຍົກເລີກການທົວຄອນເສີດທີ່ເຫຼືອທັງໝົດ

“ຈັສຕິນ ບິເບີຣ” ປະກາດຍົກເລີກການທົວຄອນເສີດທີ່ເຫຼືອທັງໝົດ

Published on

ບັນເທີງຕ່າງແດນກັບລາວໂພສຕ໌ ມື້ນີ້ແອັດມິນຍັງຈະມາອັບເດດຂ່າວຂອງໜຸ່ມເພງປ໊ອບສຸດຮ໋ອດຂັວນໃຈສາວໆທົ່ວໂລກ ຢ່າງໜຸ່ມ “ຈັສຕິນ ບີເບີຣ” ຫຼັງຈາກເມືອອາທິດທີ່ຜ່ານມາກະຊວງວັດທະນະທຳປັກກິ່ງໄດ້ອອກຖະແຫຼງການຫ້າມບໍ່ໃຫ້ໜຸ່ມ ຈັສຕິນ ມາຈັດຄອນເສີດທີ່ປະເທດຈີນ ໂດຍໃຫ້ເຫດຜົນວ່າ “ຈັສຕິນ ບີເບີຣ ມີພຶດຕິກຳທີ່ບໍ່ເໝາະສົມ” ແລະ ຫຼ້າສຸດສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 24 ກໍລະກົດ 2017 ວ່າ ທີມງານຂອງຈັສຕິນ ບີເບີຣ ໄດ້ອອກຖະແຫຼງການຍົກເລີກລາຍການທົວຄອນເສີດ (Purpose World Tour) ທີ່ເຫຼືອທັງໝົດ ໂດຍລະບຸເຫດຜົນວ່າ ຈັສຕິນຮູ້ສຶກ “ເໝືອຍ” ກັບສະຖານະການທີ່ເປັນຢູ່ໃນປັດຈຸບັນ. ເຊິ່ງມັນເປັນເຫດການທີ່ບໍ່ຄາດຝັນມາກ່ອນ ແຕ່ນີ້ກໍ່ເປັນການຈັດສິນໃຈທີ່ຜ່ານການພິຈາລະນາເປັນຢ່າງດີແລ້ວ ທາງຈັສຕິນເອງກໍ່ເສຍໃຈກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້

ຈັສຕິນ ບີເບີຣ ໄດ້ເລີ່ມອອກທົວຄອນເສດຕັ້ງແຕ່ເດືອນ ມີນາ ປີທີ່ຜ່ານມາ ແລະ ການຍົກເລີກທົວທີ່ເຫຼືອໃນຄັ້ງນີ້ມັນໄດ້ສົ່ງຜົາກະທົບທັງໝົດ 14 ລາຍການ ເຊິ່ງມີກຳນົດຈະສິ້ນສຸດລະດູການທົວຄອນເສີດ (Purpose World Tour) ໃນເດືອນ ຕຸລາ 2017 ທີ່ຈະມາຮອດນີ້ ເຊິ່ງລາຍການສ່ວນຫຼາຍແມ່ນຈະມີກຳນົດຂຶ້ນສະແດງຄອນເສີດທີ່ອາເມລິກາເໜືອ ຮວມແຜນເກົ່າທີ່ມີກຳນົດຂຶ້ນສະແດງຄອນເສີດໃນເຂດເອເຊຍເຊັ່ນ ຮ່ອງກົງ, ຍີ່ປຸ່ນ, ຟິລິບປິນ, ອິນໂດເນເຊຍ ແລະ ສິງກະໂປ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...