spot_img
Homeຂ່າວເຫດການເປີດສາຍດ່ວນກຳມະບານ 1512 ແລະ ເຟສບຸກທາງການຂອງ ສູນກາງສະຫະພັນກຳມະບານລາວ

ເປີດສາຍດ່ວນກຳມະບານ 1512 ແລະ ເຟສບຸກທາງການຂອງ ສູນກາງສະຫະພັນກຳມະບານລາວ

Published on

ຂປລ. ສູນກາງສະຫະພັນ ກຳມະບານລາວ ​​ເປີດໃຫ້ບໍລິການ ເບີໂທລະສັບສາຍດ່ວນ 1512 ​ແລະ ສື່ທາງເຟສບຸກ (Facebook) ໂດຍອີງຕາມກົດໝາຍວ່າດ້ວຍ ກຳມະບານລາວ ສະບັບເລກທີ 106/ ສພຊ ລົງວັນທີ 27/12/2016 ​ແລະ ການອະນຸມັດ ເບີສາຍດ່ວນ 4 ຕົວເລກ 1512 ຈາກກົມໂທລະສັບກະຊວງໄປສະນີ ໂທລະຄົມມະນາຄົມ ​ແລະ ການສື່ສານ ສະບັບເລກທີ 197/ກທລລົງວັນທີ 10/2/2017 ​​ເພື່ອໃຫ້​​ຄຳປືກສາແກ່ສະມາຊິກກຳມະບານກຳມະກອນ ​ແລະ ຊາວຜູ້ອອກແຮງງານ.

ທ່ານ ສີມູນ ອຸ່ນລາສີ ຮອງປະທານ ສູນກາງສະຫະພັນກຳມະບານລາວ ​ໄດ້ກ່າວໃນງານຖະແຫລ່ງຂ່າວ ເປີດໃຫ້ບໍລິການເບີໂທດັ່ງກ່າວ, ​ໃນວັນທີ 17 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນວ່າຈຸດປະສົງ ໃນການເປີດໃຫ້ບໍລິການນີ້ ​ເພື່ອໃຫ້ມີຄວາມສະດວກວ່ອງໄວ ​ແລະ ທັນສະໄໝ ​ແທດເໝາະກັບຍຸກການສື່ສານທີ່ບໍ່ມີພົມແດນ ​ໃຫ້ແກ່ສະມາຊິກກຳມະບານລາວກຳມະກອນລາວ ​ແລະ ຊາວຜູ້ອອກ​​ແຮງງານໃນທົ່ວປະເທດ ໄດ້ເຂົ້າເຖິງວຽກງານກຳມະບານວຽກງານແຮງງານ​, ສາຍພົວພັນແຮງງານທີ່ດີ ​ເພື່ອຕອບຂໍ້ຂ້ອງໃຈ, ​ໃຫ້ຄຳ​​ແນະນຳທີ່ຖືກຕ້ອງ ​ແລະ ​ໃຫ້ການຊ່ວຍເຫລືອ ໂດຍສອດຄ່ອງກັບກົດໝາຍແຫ່ງລັດຂອງ ສປປ ລາວ ​​ເປັນຕົ້ນ ກົດໝາຍແຮງງານກົດໝາຍກຳມະບານລາວກົດໝາຍປະກັນສັງຄົມກົດໝາຍຕ້ານການຄ້າມະນຸດ ​ແລະ ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານກຳມະກອນ ​ແລະ ຊາວຜູ້ອອກ​​ແຮງງານ.

ທ່ານ ສີມູນ ອຸ່ນລາສີ ກ່າວຕື່ມວ່າສຳລັບ​​ເບີໂທສາຍດ່ວນ 1512 ມີຄວາມໝາຍວ່າ 15 ໝາຍເຖິງວັນສ້າງຕັ້ງວັນກຳມະກອນສາກົນ (ວັນທີ 1ພຶດສະພາ),​ 12 ໝາຍເຖິງວັນສ້າງຕັ້ງ ອົງການກຳມະ ານລາວ (ວັນທີ 1​ ກຸມພາ), ​ເຊິ່ງສາມາດໂທເຂົ້າ​​ໄດ້ທຸກເຄືອຄ່າຍຂອງລະບົບໂທລະສັບໂດຍບໍ່ເສຍຄ່າ ແຕ່ວັນຈັນສຸກ ນັບແຕ່ເວລາ 8:0016:00. ພ້ອມນີ້, ​ຍັງສາມາດຕິດຕໍ່ເບິ່ງຂໍ້ມູນ​, ມີຄຳເຫັນ ຫລື ຕັ້ງຄຳຖາມ​ ເພື່ອສອບຖາມກ່ຽວກັບ ວຽກງານດ້ານແຮງງານ ​ແລະ ກຳມະບານຜ່ານທາງ  Facebook ຂອງສູນກາງສະຫະພັນ ກຳມະບານລາວ ​ຕະຫລອດ 24 ຊົ່ວໂມງ ​ໂດຍພິມຄຳວ່າ ສູນກາງສະຫະພັນ ກຳມະບານລາວ ​ເຂົ້າໃນໂປແກມ Facebook.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...