ປີ 2020 ຈະມີແຜນສ້າງເໝືອງເທິງດວງຈັນ

ບໍລິສັດ Moon Express ກໍ່ຕັ້ງຂຶ້ນໃນປີ 2010 ເພື່ອຍາດເອົາລາງວັນຈາກການແຂ່ງຂັນ Google Lunar XPRIZE ໂຄງການທີ່ຕ້ອງການກະຕຸ້ນ ແລະ ທ້າທາຍທີມນັກວິທະຍາສາດເອກະຊົນທົ່ວໂລກໃຫ້ພັດທະນາຍານສຳຫຼວດດວງຈັນ ໂດຍທີມທຳອິດທີ່ນຳທີມສຳຫຼວດອາວະກາດແບບບໍ່ມີຄົນຂັບ (Robotic Spacecraft) ລົງຈອດເທິງຜິວດວງຈັນໄດ້ສຳເລັດ ເດີນທາງສຳຫຼວດໄດ້ໄກ 500 ແມັດ ແລະ ຖ່າຍຮູບ ແລະ ວິດີໂອຄວາມລະອຽດສູງກັບມາທີ່ໂລກໄດ້ ຈະໄດ້ຮັບລາງວັນ 20 ລ້ານໂດລາ ເຊິ່ງບໍລິສັດ  Moon Express

ການແຂ່ງຂັນ Google Lunar XPRIZE ກຳລັງດຸເດືອດ ແລະ ຢູ່ໃນໂຄ້ງສຸດທ້າຍ ກຳນົດເສັ້ນຕາຍຂອງການສົ່ງຍານຄືທ້າຍປີ 2017 ຂະນະນີ້ເຫຼືອທີມທີ່ຍັງແຂ່ງຂັນຢູ່ 4 ທີມ ໜຶ່ງໃນນັ້ນຄື Moon Express ທີ່ເຫຼືອໄດ້ແກ່ Synergy Moon (ທີມນານາຊາດ), Team Indus (ທີມອິນເດຍ) ແລະ Hakuto (ທີມຍີ່ປຸ່ນ)

ເປົ້າໝາຍຂອງການເຮັດເໝືອງເທິງດວງຈັນເປັນທາດແຮ່ທີ່ຫາຍາກໃນໂລກຫຼາຍຊະນິດ ທີ່ສຳຄັນຄືທາດທີ່ເທິງດວງ ຈັນມີຢ່າງອຸດົມສົມບູນຄື Helium-3 ເຊິ່ງໃນອານາຄົດອາດເປັນແຫຼ່ງພະລັງງານທີ່ສຳຄັນໃຫ້ກັບໂລກໄດ້ໝື່ນປີ ບໍລິ ສັດ Moon Express ຈະໄດ້ປະກາດແຜນການເລີ່ມຂຶ້ນໄປເຮັດເໝືອງເທິງດວງຈັນພາຍໃນປີ 2020