spot_img
Homeຂ່າວພາຍ​ໃນລະວັງສະພາບນໍ້າໄຫລຊຸ ແລະ ດິນເຈື່ອນ

ລະວັງສະພາບນໍ້າໄຫລຊຸ ແລະ ດິນເຈື່ອນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-16 ກໍລະກົດນີ້, ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາພັດປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງ, ພ້ອມລົມພັດແຮງຫລາຍຂຶ້ນຢູ່ແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກເໜືອດ້ານຕາເວັນຕົກ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະ ພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 32-34 ອົງສາ; ນະຄອນ ຫລວງວຽງຈັນ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາຕົກປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກໃຕ້: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ. ດັ່ງນັ້ນ ຈຶ່ງເຕືອນເຖິງປະຊາຊົນທີ່ອາໃສຢູ່ທ້ອງຖິ່ນຕ່າງໆ ຈົ່ງມີສະຕິໃນການສັນຈອນໂດຍສະເພາະຜູ້ທີ່ຈະເດີນທາງໄປພາກເໜືອທີ່ອາດຈະເກີດນໍ້າຖ້ວມຊຸ ແລະ ດິນເຊາະເຈື່ອນໃນໄລຍະນີ້, ພ້ອມທັງໃຫ້ຕິດຕາມການລາຍງານອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປົກະຕິ.

ຕາມການພະຍາກອນລະດັບນໍ້າຂອງ ແລະ ນໍ້າໄຫລເຂົ້າອ່າງນໍ້າງື່ມຂອງວັນທີ 13-14 ກໍລະກົດນີ້ຄື: ຫລວງພະບາງ (ນໍ້າຂອງ) 7,49 – 7,62 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18 ແມັດ), ວຽງຈັນ ຫລັກ 4 (ນໍ້າຂອງ) 3,11 – 3,47 ແມັດ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ), ປາກຊັນ (ນໍ້າຂອງ) 7,15 – 1,16 ແມັດ (ເຂດລະວັງໄພ 13,50 ແລະ ເຂດອັນຕະລາຍ 14,50 ແມັດ), ປາກເຊ (ນໍ້າຂອງ) 6,14 – 6,46 ແມັດ (ເຂດລະວັງໄພ 11 ແມັດ ແລະ ເຂດອັນຕະລາຍ 12 ແມັດ), ເຊບັ້ງໄຟ 13,04 – 13,17 ແມັດ (ເຂດອັນຕະລາຍ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ແມັດ), ເຂື່ອນນໍ້າງື່ມ 201,85 – 202,01 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ).

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...