Homeຂ່າວພາຍ​ໃນໂອໄອຊີເຜີຍຈະໃຫ້ "ປາຣີສ-ແອລເອ" ຮັບເລືອກເປັນເຈົ້າພາບໂອລິມປິກ 2024 ແລະ 2028

ໂອໄອຊີເຜີຍຈະໃຫ້ “ປາຣີສ-ແອລເອ” ຮັບເລືອກເປັນເຈົ້າພາບໂອລິມປິກ 2024 ແລະ 2028

Published on

ເອເອຟພີລາຍງານອ້າງວ່າທ່ານ ໂທມັສ ບາດ ປະທານຄະນະກຳມະການໂອລິມປິກ (ໂອໄອຊີ) ກ່າວໃນທີ່ປະຊຸມໂອໄອຊີ ຈະລົງມະຕິໃຫ້ນະຄອນຫຼວງ ປາຣີສ ປະເທດຝຣັ່ງ ແລະ ນະຄອນຣອສແອງເຈລິສ (ແອລເອ) ສະຫະລັດອາເມລິກາ ເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກ 2024 ແລະ 2028 ໃນການປະຊຸມຄັ້ງສຳຄັນເພື່ອຕັດເລືອກຊື່ເຈົ້າພາບກິລາໂອລິມປິກທັງສອງລາຍການນີ້ໃຫ້ສຳເລັດໃນການປະຊຸມຊົ່ວຄາວໃນວັນດຽວກັນນີ້ ໃນເວລາ 17.45 ນາທີ ສຳລັບການປະຊຸມຈະມີຂຶ້ນໃນເມືອງ ໂລຊານ ສະວິດເຊີແລນ ທີ່ປະຊຸມຈະຄັດເລືອກເຈົ້າພາບຈັດການແຂ່ງຂັນໂອລິມປິກ 2024 ກ່ອນ ເຊິ່ງມີພຽງ 2 ທີມ ທີ່ສະເໜີຕົວເປັນເຈົ້າພາບໃນຄັ້ງນີ້ ຄືຄະນະທຳງານຂອງຝຣັ່ງ ເຊິ່ງສະເໜີຊື່ນະຄອນຫຼວງ ປາຣີສ ແລະ ຄະນະທຳງານຂອງສະຫະລັດທີ່ສະເໜີຊື່ນະຄອນແອລເອ ລັດແຄລິຟໍເນຍເປັນເຈົ້າພາບ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...