ໄວໜຸ່ມລາວກ້າວສູ່ເວທີລະດັບໂລກ First Global 2017

ໂສມໜ້າຕົວແທນທີມ ChampaMaker ທີ່ຈະເດີນທາງໄປຮ່ວມແຂ່ງຂັນຫຸ່ນຍົນລະດັບໂລກ First Global 2017 ລະຫວ່າງວັນທີ 16-18 ກໍລະກົດ 2017 ທີ່ນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ,

ນຳທີມໂດຍ ອາຈານ ກະຕ່າຍ ແລະ ທ່ານ ສົມນຶກ ພ້ອມດ້ວຍ ສິນເກີດ, ກະຕ່າຍ, ປິຕິ ແລະ ກະບີ້ ນັກສຶກສາພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ທາງທີມງານລາວໂພສຂໍອວຍພອນໃຫ້ນ້ອງໆ ແລະ ທີມງານ ໄດ້ຮັບໄຊຊະນະກັບມາ ພວກເຮົາເປັນກຳລັງໃຫ້ສະເໝີບໍ່ວ່າຜົນຈະອອກມາເປັນແບບໃດກໍ່ຂໍໃຫ້ທຸກຄົນເຮັດຢ່າງເຕັມທີ່ ພວກເຮົາທາງນີ້ເອົາໃຈຊ່ວຍສະເໝີ

 

ແຫລ່ງຂ່າວ: ຂັນທະນູ