Homeຍ້ອງຍໍຄົນດີເດັ່ນນັກສຶກສາລາວພຽງໜຶ່ງດຽວທີ່ໄດ້ຮັບໃບປະກາດສະນີຍະບັດອັນດັບ 1

ນັກສຶກສາລາວພຽງໜຶ່ງດຽວທີ່ໄດ້ຮັບໃບປະກາດສະນີຍະບັດອັນດັບ 1

Published on

ນາງ ຫອມມະນີ ໄຊຍະເລີດ ນັກສຶກສາລາວທີ່ສຶກສາຢູ່ທີ່ ມະຫາວິທະຍາໄລເສດຖະກິດການຄ້າສາກົນ, ຄະນະການເງິນ ແລະ ການທະນາຄານ ທີ່ນະຄອນຫຼວງ ປັກກິ່ງ ເປັນເວລາ 5 ປີ ໃນທີ່ສຸດກໍ່ໄດ້ສຳເລັດການສຶກສາໃນລະດັບປະລິນຍາຕີ ສົກສຶກສາ 2016-2017 ແລະ ເປັນນັກສຶກສາລາວພຽງຫນຶ່ງດຽວທີ່ໄດ້ຮັບໃບປະກາດສະນີຍະບັດກຽດນິຍົມອັນດັບ 1 ໃນຈຳນວນນັກສຶກຕ່າງປະເທດທັງໝົດ 54 ຄົນ ໃນມື້ຮັບໃບປະກາດກໍ່ມີຄອບຄົວເດີນທາງໄປມອບຊໍ່ດອກໄມ້ເພື່ອສະແດງຄວາມຍິນດີກັບບັນດິດຄົນໃໝ່ ແລະ ໃນປັດຈຸບັນ ນາງ ຫອມມະນີ ຍັງໄດ້ສຶກສາຕໍ່ໃນລະດັບປະລິນຍາໂທ ທີ່ມະຫາວິທະຍາໄລດັ່ງກ່າວ.

 

ແຫລ່ງຂ່າວຈາກ: ວາລະສານຂັວນໃຈ

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...