spot_img
Homeວິທະຍາສາດ-ວິທະຍາການຕຸກກະຕາຢາງຮຸ່ນໃໝ່ສາມາດເໜັງຕີ ແລະ ສົນທະນາກັບຄົນໄດ້ໃກ້ຄຽງກັບມະນຸດ

ຕຸກກະຕາຢາງຮຸ່ນໃໝ່ສາມາດເໜັງຕີ ແລະ ສົນທະນາກັບຄົນໄດ້ໃກ້ຄຽງກັບມະນຸດ

Published on

ຮຽກໄດ້ວ່າເປັນການພັດທະນາໄປອີກຂັ້ນ ເພື່ອເອົາຜູ່ຊາຍຂີ້ເຫງົາໂດຍສະເພາະ ສຳລັບວົງການຕຸກກະຕາຢາງໃນທີ່ສຸດ RealDoll ບໍລິສັດຜູ່ຜະລິດຕຸກກະຕາຢາງສັນຊາດອາເມລິກາ ໄດ້ສ້າງຕຸກກະຕາຢາງທີ່ສາມາດເຄື່ອນໄຫວ ແລະ ສົນ ທະນາກະຕຸ້ນອາລົມທາງເພດໄດ້ສຳເລັດ ຄ້າຍຄືກັບມະນຸດສາວງາມມີປະສົບການເລື່ອງເທິງຕຽງມາຫຼາຍ ຄາດວ່າໜ້າຈະຖືກໃຈບັນດາຊາຍໜຸ່ມແນ່ນອນ

ຕຸກກະຕາຢາງຕົວນີ້ມີຊື່ວ່າ Harmony 2.0 ເຊິ່ງມີຂະໜາດໃກ້ຄຽງກັບມະນຸດແທ້ໆ ເຊິ່ງຈະມີການໃຊ້ລະບົບສັ່ງການແອັບພຣີເຄຊັ່ນ ຜູ້ທີ່ເປັນເຈົ້າຂອງສາມາດໂຫລດບຸກຄະລິກຕ່າງໆຂອງຕຸກກະຕາໄດ້ ເຊິ່ງມີໃຫ້ເລືອກຫຼາຍກວ່າ 18 ບຸກຄະລິກເຊັ່ນ: ເປັນສາວຂີ້ອາຍ, ສາວສົດໃສໜ້າຮັກ ຫຼື ສາວຮ້ອນແຮງເລົ້າໃຈ ແລະ ອື່ນໆ ຢາກໄດ້ແບບໃດເລືອກໄດ້ເລີຍ ແລະ ໃນຕົວຕຸກກະຕາກໍ່ມີໜ່ວຍຄວາມຈຳແບບຖາວອນໄວ້ສຳລັບບັນທຶກຂໍ້ມູນຂອງຜູ່ທີ່ເປັນເຈົ້າຂອງຢູ່ ເພື່ອໃຊ້ໃນການສົນທະນາ ແລະ ການສ້າງຄວາມສຳພັນທີ່ດີລະຫວ່າງກັນ ເຊິ່ງການລົມກັບຕຸກກະຕາຢາງນັ້ນຈະເຮັດໃຫ້ເຈົ້າຂອງຮູ້ສຶກຄືໄດ້ພົບເພື່ອນໃໝ່ທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ

ຕຸກກະຕາຢາງທີ່ຈະຜະລິດອອກມານີ້ຈະມີໃຫ້ເລືອກຫຼາຍເຖິງ 14 ແບບ ຄາດວ່າຈະອອກວາງຈຳໜ່າຍໃນທ້າຍປີ 2017 ນີ້ ສຳລັບລາຄາແມ່ນປະມານ 50 ລ້ານກີບຕໍ່ໂຕ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...