spot_img
Homeນານາສາລະ5 ວິທີສັງເກດ ຢາໝົດອາຍຸ

5 ວິທີສັງເກດ ຢາໝົດອາຍຸ

Published on

2

ການ​ເບິ່ງ​ວ່າ ຢາ​ໝົດ​ອາ​ຍຸ ຫລື​ ບໍ່​ນັ້ນ ເລີ່ມຕົ້ນ ຄື​ເບິ່ງ​ມື້​ໝົດ​ອາ​ຍຸ​ຂອງ​ຢາ ​ທີ່​ລະ​ບຸ​ໄວ້​ເທິງ​ສະ​ຫລາກ​ຢາ ແລະ ​ຖ້າ​ຢາ​ນັ້ນ​ບໍ່​ມີ​ມື້​ບອກ​ໝົດ​ອາ​ຍຸ ອາດ​ເບິ່ງ​ຈາກ​ມື້​ເດືອນ​ປີ​ທີ່​ຜະລິດ ຊຶ່ງ​ທົ່ວ​ໆໄປເຮົາ​ຖື​ວ່າ ຫາກ​ເປັນ​ຢາ​ນ້ຳ​ຈະ​ເກັບ​ໄວ້​ໄດ້​ປະ​ມານ3 ປີ​ນັບ​ຈາກ​ມື້​ຜະລິດ ແລະ ​ຫາກ​ເປັນ​ຢາ​ເມັດ​ຈະ​ເກັບ​ໄວ້​ໄດ້ 5 ປີ​ ແລະ ​ຖ້າ​ເປັນ​ຢາ​ຢອດ​ຕາ​   ຫາກ​ເປີດ​ໃຊ້​ແລ້ວ​ເກັບ​ໄວ້​ໄດ້​ພຽງ​ໜຶ່ງ​ເດືອນ

ນອກ​ຈາກ​ນີ້ ເຮົາ​ຍັງມີ​ວິທີ​ສັງເກດ​ຢາ​ທີ່​ເສື່ອມ​ຄຸນນະພາບ​ດ້ວຍ​ວິທີ​ດັ່ງ​ຕໍ່ໄປ​ນີ້​

  1. ຢາ​ເມັດ ສັງເກດ​ວ່າ​ ເມັດ​ຢາ​ຈະ​ແຕ​ກ ສີ​ປ່ຽນ​ໄປ ມີ​ຈຸດ​ດ່າງ ຂຶ້ນ​ໂໝກ ຫລື ​ຫາກ​ເປັນ​ຢາ​ເມັດ​ເຄືອບ​ນ້ຳ​ຕານ (ເຊັ່ນ ວິ​ຕາ​ມິນ​ລວມ) ເມັດ​ຢາ​ອາດ​​ໜຽວ​ມີ​ກິ່ນ​ຫືນ​ ຫລື​ກິ່ນ​ຜິດ​ໄປ​ຈາກ​ເກົ່າ
  2. ຢາ​ແຄບ​ຊູນ ສັງເກດ​ວ່າ​ ແຄບ​ຊູນ​ຈະ​ບວມ ໂພງ​ອອກ ຫລື ​ລວມ​ກັນ ຜົງ​ຢາ​ໃນ​ແຄບ​ຊູນ​ປ່ຽນ​ສີ ເຊັ່ນ ຢາ​ ເຕ​ຕາ​ໄຊ​ຄິນ ​ທີ່​ເສຍ​ຄຸນແລ້ວ ຜົງ​ຢາ​ຈະ​ປ່ຽນ​ຈາກ​ສີ​ເຫລືອງ​ເປັນ​ສີ​ນ້ຳ​ຕານ ຊຶ່ງ​ເປັນ​ອັນຕະລາຍ​ຕໍ່​ຫມາກໄຂ່ຫລັງ​ຫລາຍ
  3. ຢາ​ນ້ຳ​ ເຊັ່ນ ຢາຫລຸດ​ກົດ ຢາ​ ຄາ​ລາ​ໄມນທາ​ແກ້​ຄັນ ຫາກ​ເສື່ອມ​ສະພາບ   ​ຕະ​ກອນ​ຈະ​ຈັບ​ກັນ​ເປັນ​ກ້ອນ ເກາະ​ຕິດ​ກັນ​ແໜ້ນ ສັ່ນ​ແລ້ວ​ບໍ່​ກະ​ຈາຍ​ຕົວ​ແບບເກົ່າ    ມີ​ຄວາມ​ເຂັ້ມ​ຂຸ້ນ ກິ່ນ ສີ ຫລື ​ລົດ​ຊາດປ່ຽນ​ໄປ
  4. ຢາ​ນ້ຳ​(ຫວານ) ເຊັ່ນ ຢາ​ແກ້​ໄອ ຫາກ​ໝົດ​ອາ​ຍຸ ຢາ​ຈະ​ມີ​ລັກສະນະ​ຂຸ່ນ​ມີ​ຕະ​ກອນ ຜົງ​ຕົວ​ຢາ​ລະ​ລາຍ​ບໍ່​ໝົດ ສີ​ປ່ຽນ ມີ​ກິ່ນ​ບູດ​ສົ້ມ​
  5. ຢາ​ຂີ້​ເຜິ້ງ ​ແລະ ​ຄີມ ຖ້າ​ພົບ​ວ່າ​ ເນື້ອ​ຢາ​ແຂງ​ຫລື​ອ່ອນ​ກວ່າ​ເກົ່າ ເນື້ອ​ບໍ່​ລຽບ ເນື້ອ​ຢາ​ແຫ້ງ​ແຂງ ຫລື​ ສີ​ຂອງ​ຢາ​ປ່ຽນ​ໄປ ໃຫ້ຖິ້ມເລີຍ

ເມື່ອ​ຮູ້​ກັນ​ຈັ່ງຊີ້​​ແລ້ວ ທາງ​ທີ່​ດີ​ບໍ່​ຄວນ​ສ່ຽງ​ໃຊ້​ຢາ​ໝົດ​ອາ​ຍຸ​ ເພາະ​ອາດ​ເກີດ​ອັນຕະລາຍ​ກັບ​ຮ່າງກາຍ​ຂອງ​ທ່ານພາຍ​ຫລັງ​ໃຊ້​ຢາ​ໄດ້

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...