Home​ຂ່າວບັນເທິງ3 ນາງສາວຜູ້ເຂົ້າປະກວດ ມິສແກຣນລາວ 2017 ສະຫຼະສິດ

3 ນາງສາວຜູ້ເຂົ້າປະກວດ ມິສແກຣນລາວ 2017 ສະຫຼະສິດ

Published on

ບັນເທີງກັບລາວໂພສຕ໌ ມື້ນີ້ເຮົາຈະມາອັບເດດຄວາ່ມເຄື່ອນໄຫວຂອງກອງປະກວດ ມິສແກຣນລາວ 2017 ເທື່ອວັນທີ 5 ກໍລະກົດ 2017 ທີ່ຜ່ານມາ ທາງກອງປະກວດໄດ້ແຈ້ງຜ່ານເຟສບຸກ MISS GRAND LAOS ມີສແກຣນລາວ ມີ 3 ນາງສາວຜູ້ເຂົ້າປະກວດໄດ້ສະຫຼະສິດ ຈາກນາງສາວທີ່ຜ່ານເຂົ້າຮອບຄັດເລືອກ 20 ຄົນສຸດທ້າຍ ເຮັດໃຫ້ປັດຈຸບັນຍັງເຫຼືອຜູ້ເຂົ້າປະກວດທັງໝົດ 17 ນາງສາວເທົ່ານັ້ນ ເຊິ່ງລາຍຊື່ນາງສາວຜູ່ເຂົ້າປະກວດທີ່ສະຫຼະສິດໄດ້ແກ່ 1. MG10 ນາງ ປາວິນາ (ນໍ້າໜຶ່ງ) ດ້ວຍເຫດຜົນສະຫຼະສິດ ໄລຍະນີ້ ແມ່ບໍ່ສະບາຍ
2. MG15 ນາງ ລາມາວະດີ (ເປິ້ນ) ດ້ວຍເຫດຜົນສະຫຼະສິດ ຕິດພາລະກິດກັບທາງກົມກອງ (ກົມທະຫານ)
3. MG20 ນາງ ພຸດທະສອນ (ນ້ອງ) ດ້ວຍເຫດຜົນສະຫຼະສິດ ຕິດພາລະກິດການສອບເສັງ

 

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...