spot_img
Homeຂ່າວການພັດທະນາທລຍ 3 ຈະ​ໃຊ້​ງົບກວ່າ 50 ລ້ານ​ໂດ​ລາ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ 10 ​ແຂວງ​ພື້ນ​ທີ່​ເປົ້າໝາຍ

ທລຍ 3 ຈະ​ໃຊ້​ງົບກວ່າ 50 ລ້ານ​ໂດ​ລາ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ 10 ​ແຂວງ​ພື້ນ​ທີ່​ເປົ້າໝາຍ

Published on

ປີ 2017-2019 ກອງທຶນຫລຸດຜ່ອນ ຄວາມທຸກຍາກ 3 (ທລຍ 3) ຈະໃຊ້ງົບປະມານ ກວ່າ 50 ລ້ານໂດລາສະຫະລັດ ຫລື ປະມານ 2 ແສນກວ່າລ້ານກີບ ຈັດຕັ້ງບັນດາໂຄງການຕ່າງໆ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຊົນນະບົດ 10 ແຂວງ, 43 ເມືອງ, 263 ກຸ່ມບ້ານ ແລະ 1.800 ບ້ານໃນນັ້ນມີ ແຂວງອັດຕະປື, ຫົວພັນຫລວງນ້ຳທາຫລວງພະບາງອຸດົມໄຊຜົ້ງສາລີສາລະວັນສະຫວັນນະເຂດເຊກອງ ແລະ ແຂວງຊຽງຂວາງ.

ອີງຕາມບົດສະຫລຸບລາຍງານວຽກງານ ທລຍ 2 ແລະ ແຜນຂອງ ທລຍ 3 ໄດ້ຊີ້ໃຫ້ເຫັນວ່າການຄັດເລືອກພື້ນທີ່ເປົ້າໝາຍຂອງໂຄງການ ແມ່ນມີບົດບາດສຳຄັນເພື່ອຮັບປະກັນວ່າ ປະຊາຊົນທຸກຍາກໃນຊົນນະບົດ ແມ່ນໄດ້ຮັບຜົນປະໂຫຍດຈາກການສະໜັບ ສະໜູນຂອງລັດຖະບານ ໂດຍຜ່ານການຈັດຕັ້ງປະຕິບັດວຽກງານຂອງ ທລຍຈຸດປະສົງຄາດໝາຍຂອງໂຄງການແມ່ນການປັບປຸງການບໍລິການ ດ້ານພື້ນຖານໂຄງລ່າງຂະໜາດນ້ອຍໃນເຂດຊົນນະບົດທີ່ທຸກຍາກ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຊຸມຊົນໃນທຸກຂັ້ນຕອນ ແລະ ຮັບປະກັນຄວາມຍືນຍົງການຄັດເລືອກພື້ນທີ່ເປົ້າໝາຍຂອງ ທລຍ 3 ແມ່ນຕ່າງຈາກ ທລຍ 2 ເພາະໄລຍະຜ່ານມາ ແມ່ນອີງໃສ່ລະດັບຄວາມທຸກຍາກພຽງຢ່າງດຽວແຕ່ ທລຍ 3 ແມ່ນໄດ້ອີງໃສ່ລະດັບຄວາມທຸກຍາກ ແລະ ການຂາດພື້ນຖານໂຄງລ່າງຂັ້ນພື້ນຖານຂອງກຸ່ມບ້ານ ຈາກຂໍ້ມູນການສຳຫລວດການຊົມໃຊ້ຄັ້ງທີ 5 (LECSV) ແລະ ຂໍ້ມູນສຳຫລວດ ພົນລະເມືອງປີ 2015. ລະດັບການພັດທະນາຂອງແຕ່ລະເຂດ ການພັດທະນາແມ່ນມີຄວາມຈຳເປັນທີ່ແຕກຕ່າງກັນ ຄື: ເຂດຕົວເມືອງເຂດຊານເມືອງ ແລະ ເຂດຊົນນະບົດຍ້ອນງົບປະມານມີຈຳກັດ ແຕ່ຄວາມຕ້ອງການຂອງຊຸມຊົນມີຫລາຍສະນັ້ນທລຍ ແມ່ນສຸມໃສ່ການພັດທະນາໃນເຂດຊົນນະບົດເທົ່ານັ້ນ ເພາະວ່າຊົນນະບົດເປັນຂົງເຂດທີ່ຍັງຂາດດ້ານພື້ນຖານໂຄງລ່າງຂັ້ນພື້ນຖານ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການແກ້ໄຂຄວາມທຸກຍາກທີ່ຖືກຈຸດຕ້ອງປັບປຸງ ພື້ນຖານໂຄງລ່າງ ໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລ້ວຈຶ່ງພິຈາລະນາທ່າແຮງທີ່ສາມາດຜັນຂະຫຍາຍ ໃຫ້ກາຍເປັນແຫລ່ງລາຍຮັບໃຫ້ແກ່ເຂົາເຈົ້າ ແລະ ເຂົາເຈົ້າເຫລົ່ານັ້ນ ຈຶ່ງຈະສາມາດຫລຸດພົ້ນອອກຈາກຄວາມທຸກຍາກສະເພາະພື້ນທີ່ຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທີ 3 ແມ່ນໄດ້ກວມເອົາຈຸດສຸມຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລັດຖະບານໃນ  10  ແຂວງ, 24 ເມືອງ ແລະ 27 ກຸ່ມບ້ານຈາກຈຸດສຸມທັງໝົດ 91 ຈຸດ ໃນ  79  ເມືອງ ຂອງ 18 ແຂວງ ໃນທົ່ວປະເທດ ໂດຍຈະໃຊ້ງົບປະມານກວ່າ 50 ລ້ານໂດລາສະຫະລັດ ຈັດຕັ້ງບັນດາໂຄງການຕ່າງໆ.

ໃນໄລຍະຜ່ານມາ ທລຍ ໄດ້ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ 2.180 ກວ່າບ້ານ ໃນການວາງແຜນບໍລິຫານຄຸ້ມຄອງຈັດຕັ້ງປະຕິບັດ ແລະ ບົວລະບັດຮັກສາ 5.100 ກວ່າໂຄງການຍ່ອຍ ທີ່ເປັນການເພີ່ມການເຂົ້າເຖິງການບໍລິຫານການສ້າງຄວາມ ສາມາດໃຫ້ພາກລັດຂັ້ນທ້ອງຖິ່ນ ແລະ ການສ້າງໂອກາດ ໃນການປ່ຽນແປງຊີວິດການເປັນຢູ່ຂອງຊຸມຊົນ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...