spot_img
Homeຂ່າວການພັດທະນາຂໍ້ມູນພາກລັດລະບຸ ປະຊາຊົນລາວ 2 ລ້ານກວ່າຄົນ ເຂົ້າເຖິງການບໍລິການອິນເຕີເນັດ

ຂໍ້ມູນພາກລັດລະບຸ ປະຊາຊົນລາວ 2 ລ້ານກວ່າຄົນ ເຂົ້າເຖິງການບໍລິການອິນເຕີເນັດ

Published on

ຂປລ. ລັດຖະບານ​ລາວ​​ເປີດ​ເຜີຍ ​​ໃນ​ວັນ​ທີ 5 ກໍລະກົດ 2017 ນີ້ ປັດຈຸບັນ​ການ ປະຊາຊົນ​ລາວ​ທົ່ວ​ປະ​ເທດ ​ສາມາດ​ເຂົ້າ​ເຖິງ​ການ​ນໍາ​ໃຊ້​ອິນ​ເຕີ​ເນັດ 2,7 ລ້ານ​ຄົນ.

ອິງ​ຕາມ​ຂໍ້​ມູນ​ໄດ້​ລາຍ​ງານໃນ​ກອງ​ປະຊຸມ​ສໍາ​ມະ​ນາ “ການ​ສ້າງ​ຂີດ​ຄວາມ​ສາມາດ​ກ່ຽວ​ກັບ​ໂອກາດ​ການ​ຂະຫຍາຍ​ທຸລະ​ກິດ ​ໃນ​ຮູບ​ແບບ E-commerce ຢູ່ ສປປ ລາວ ປີ 2017 ​ໃນ​ວັນ​ທີ 5 ກໍລະກົດ 2017 ນີ້​ທີ່​ນະຄອນ​ຫລວງ​ວຽງ​ຈັນວ່າ: ປັດ​ຈຸ​ບັນ​ປະຊາຊົນ​ລາວ​ ສາມາດ​ເຂົ້າ​ເຖິງ​ພື້ນຖານ​ໂຄງ​ລ່າງ​​ເຄືອ​ຂ່າຍ (Network infrastructure) ປະມານ 90% ​ແລະ ມີ​ຜູ້​ໃຫ້​ບໍລິການ​ດ້ານອິນ​ເຕີ​ເນັ​ດທັງ​ໝົດ 6 ຫົວໜ່ວຍ ​ແຕ່​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຍັງ​ເປັນ​ລະບົບ 2G ​ ​ແລະ 3G ກວມ​ເອົາ 1,7 ລ້ານ​ຄົນ (ສໍາລັບ​ມື​ຖື); ຜູ້​ທີ່​ຊົມ​ໃຊ້ອິນ​ເຕີ​ເນັດ​ມີ 139.096 ປະຕູ, ​ໃນ​ນັ້ນ​ແມ່ນ​ໃຊ້​ສັນຍານ​ໂທລະ​ສັບ ​ເພື່ອ​ເຊື່ອມ​ຕໍ່​ກັບ​ຄອມ​ພິວ​ເຕີ(Dial UP) ມີ 87 ປະຕູ; ​ໃຊ້​ສັນຍານ​ຜ່ານ​ສາຍ​ສົ່ງ(ADSL) ມີ 15.923 ປະຕູ; ​ໃຊ້​ສັນຍານ​ແບບ​ບໍ່​ມີ​ສາຍ​ສົ່ງ (wireless internet) ມີ 1.582 ປະຕູ; ​ໃຊ້​ສັນຍານ​ຜ່ານຊິ​ມ 3G(HSPA) ມີ 119.846 ປະຕູ ​ແລະ ​ໃຊ້​ສັນຍາ​ນຜ່ານ​ສາຍ​ໄຍ​ແກ້ວ (Leased Line) ມີ 881 ປະຕູ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...