HomePicpostເກີບໜັງທີ່ເກົ່າແກ່ທີ່ສຸດໃນໂລກ

ເກີບໜັງທີ່ເກົ່າແກ່ທີ່ສຸດໃນໂລກ

Published on

ມັນຄືຄວາມຈິງທີ່ວ່ານີ້ຄື ເກີບໜັງທີ່ເກົ່າແກ່ທີ່ສຸດໃນໂລກ ເຊິ່ງມີຊື່ວ່າ The Areni-1 ເຊິ່ງເຮັດມາຈາກໜັງແຜ່ນດຽວ ຂະໜາດຄວາມກວ້າງ 2.6 ນິ້ວ ແລະ ຍາວ 9.6 ນິ້ວ ຖືກຄົ້ນພົບໃນຖ້ຳແຫ່ງໜຶ່ງໃນປະເທດອາມີເນຍ ເມື່ອປີ 2008 ທີ່ຜ່ານມາ ຜູ່ຊ່ຽວຊານບອກວ່າມັນໜ້າຈະມີອາຍຸເຖິງ 5,500 ປີ ເຊິ່ວແນ່ນອນວ່າອາຍຸຂະໜາດນີ້ກໍ່ຕ້ອງເປັນ ເກີບໜັງທີ່ເກົ່າແກ່ທີ່ສຸດໃນໂລກ ຜູ່ຄົ້ນພົບເກີບນີ້ຄືນັກສຳຫຼວດ Ron Pinhasi

ຢ່າງໃດກໍ່ຕາມຍັງເຄີຍມີການຄົ້ນພົບເກີບທີ່ເກົ່າແກ່ກວ່າ The Areni-1 ອີກລາຍຄູ່ ແຕ່ວ່າເກີບເຫຼົ່ານັ້ນບໍ່ແມ່ນເຮັດມາຈາກໜັງ ມັນຈິ່ງເປັນເກີບຄົນລະປະເພດ

 

ແຫລ່ງຂ່າວ :  thevintagenews

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...