spot_img
Homeຂ່າວພາຍ​ໃນລັດຖະບານຈະກວດຄືນ ແລະ ໂຈະການຊື້ພາຫະນະຮັບໃຊ້ການບໍລິຫານ

ລັດຖະບານຈະກວດຄືນ ແລະ ໂຈະການຊື້ພາຫະນະຮັບໃຊ້ການບໍລິຫານ

Published on

ຫວ່າງບໍ່ດົນມານີ້,ປະຊາຊົນ ແລະ ພະນັກງານເມືອງຊຽງຮອນແຂວງໄຊຍະບູລີໄດ້ໂທລະສັບເຂົ້າສາຍດ່ວນ 1519 ຂອງກະຊວງການເງິນ ສະເໜີໃຫ້ມີມາດຕະການ ຢ່າງເຂັ້ມງວດກ່ຽວກັບ ທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ໂດຍສະເພາະແມ່ນຢາກໃຫ້ມີນິຕິກຳ ການຄຸ້ມຄອງລະອຽດເພື່ອເຮັດໃຫ້ມີການນຳໃຊ້ເງິນຖຶກຕ້ອງຕາມເປົ້າໝາຍເປັນຕົ້ນແມ່ນການຊື້ພາຫະນະເພື່ອປະກອບໃຫ້ແກ່ພະນັກງານວິຊາການຮັບຜິດຊອບໂຄງການ ເຊິ່ງເຫັນວ່າມີຫລັກຊະນະຟຸມເຟືອຍຫລາຍກວ່າເພາະສັງເກດເຫັນວ່າພະນັກງານວິຊາການທົ່ວໄປກໍ່ໄດ້ຮັບນະໂຍບາຍພາຫະນະ.

ຕໍ່ບັນຫານີ້ເຫັນວ່າເປັນຄຳຖາມທີ່ດີ ເພື່ອແນໃສ່ການຄຸ້ມຄອງການຈັດຕັ້ງປະຕິບັດບັນດາໂຄງການ ທີ່ໄດ້ຮັບທຶນກູ້ຢືມ ແລະ ຊ່ວຍເຫລືອຈາກຕ່າງປະເທດໃຫ້ມີປະສິດທິພາບສູງພ້ອມນີ້, ຂໍຊີ້ແຈງວ່າກະຊວງການເງິນເປັນຜູ້ເຈລະຈາ ແລະ ເຊັນສັນຍາເງິນກູ້ຢືມ ຫລື ຊ່ວຍເຫລືອລ້າບົນພື້ນຖານການຕົກລົງຂອງລັດຖະບານ ສ່ວນການຈັດຕັ້ງປະຕິບັດບັນດາໂຄງການ ຫລື ແຜນງານແມ່ນກະຊວງກ່ຽວຂ້ອງເປັນຜູ້ປະຕິບັດ.

ສຳລັບການຈັດຊື້ພາຫະນະຮັບໃຊ້ໂຄງການ ຫລື ແຜນງານຕ່າງໆແມ່ນຄະນະພັກ-ຄະນະນຳຂອງແຕ່ລະກະຊວງເປັນຜູ້ຕົກລົງ ແລະ ຜ່ານການຈັດຊື້-ຈັດຈ້າງຕາມລະບຽບການ, ຊຶ່ງພາກສ່ວນກ່ຽວຂ້ອງກໍ່ໃຫ້ຄວາມເຫັນວ່າມີຄວາມຈຳເປັນຕ້ອງໄດ້ມີພາຫະນະຢູ່ພາກສະໜາມແລະການລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເປັນແຕ່ລະໄລຍະເພື່ອປະກອບໃຫ້ຫົວໜ້າ, ຮອງຫົວໜ້າໂຄງການແລະທີ່ປຶກສາ ເນື່ອງຈາກວ່າການກໍ່ສ້າງເສັ້ນທາງມີຄວາມຍາວ, ມີການຕັ້ງກອງກວດກາຢູ່ຫລາຍບ່ອນ, ມີການເດີນທາງລົງທ້ອງຖິ່ນເພື່ອເຜີຍແຜ່, ຝຶກອົບຮົມດ້ານກະສິກຳ, ການຕິດຕາມການກໍ່ສ້າງເສັ້ນທາງຫລືການສ້າງສາອື່ນໆແມ່ນມີຄວມຫຍຸ້ງຍາກ.

ເພື່ອຮັບປະກັນໃຫ້ການນຳໃຊ້ພາຫະນະມີປະສິດທິຜົນ ແລະ ສອດຄ່ອງກັບລະບຽບການຂອງ ລັດຖະບານຜູ້ໃຫ້ທຶນ ແລະ ໃຫ້ຖືກຕ້ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ, ກະຊວງການເງິນຈະໄດ້ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕື່ມ ເພື່ອຕິດຕາມ ແລະ ກວດກາບັນດາໂຄງການທີ່ນຳໃຊ້ທຶນຊ່ວຍເຫລືອທາງການເພື່ອການພັດທະນາ ແລະ ໃນຕໍ່ໜ້າກະຊວງການເງິນຈະເອົາໃຈໃສ່ໃນການປະຕິບັດລະບຽບການຄຸ້ມຄອງການນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກຕ່າງປະເທດສະບັບເລກທີ 2695/ກງ, ລົງວັນທີ 01 ພະຈິກ2010 ແລະ ຄຳແນະນຳວ່າດ້ວຍການປະຕິບັດນະໂຍບາຍພາສີ-ອາກອນ ສຳລັບການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆຂອງແຜນງານ/ໂຄງການທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກຕ່າງປະເທດ ສະບັບເລກທີ 2560/ກງ, ລົງວັນທີ 09 ສິງຫາ 2016.

ພ້ອມນັ້ນ,ຍັງມີຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 19ພຶດສະພາ2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ໃນຂໍ້ທີ 2.2 ຂີດໜ້າທີ 4 ໄດ້ລະບຸວ່າການຈັດຊື້ພາຫະນະຮັບໃຊ້ບໍລິຫານດ້ວຍງົບປະມານລັດ ນັບແຕ່ປີ 2018 ເປັນຕົ້ນໄປ ແມ່ນໃຫ້ໂຈະຊົ່ວຄາວ ຈົນກວ່າຈະມີແຈ້ງການຈາກລັດຖະບານ ໂດຍໃຫ້ຈັດສັນ ແລະ ນຳໃຊ້ພາຫະນະທີ່ມີຢູ່ແລ້ວຮັບໃຊ້ເຂົ້າໃນວຽກງານທາງລັດຖະການ. ສຳລັບການຈັດຊື້ພາຫະນະ ທີ່ນຳໃຊ້ເງິນຊ່ວຍເຫຼືອທາງການເພື່ອການພັດທະນາ ແມ່ນບໍ່ໃຫ້ຊື້ປະເພດຫຼູຫຼາ ແລະ ມີລາຄາສູງຮັບໃຊ້ບໍລິຫານ ຫຼື ປະກອບເປັນລົດປະຈຳຕຳແໜ່ງບຸກຄົນໃດໜຶ່ງ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...