spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອອກກຳລັງກາຍໃນຊ່ວງເວລາໃດຈະມີປະສິດທິພາບສູງສຸດ?

ອອກກຳລັງກາຍໃນຊ່ວງເວລາໃດຈະມີປະສິດທິພາບສູງສຸດ?

Published on

ຜູ່ທີ່ອອກກຳລັງກາຍຕອນເຊົ້າມີແນວໂນ້ມວ່າຈະໄດ້ຮັບປະໂຫຍດຫຼາຍຢ່າງທ່າມກາງແສງແດດຕອນເຊົ້າ ແຕ່ການອອກກຳລັງກາຍໃນຕອນເຊົ້າແມ່ນຈະບໍ່ສອດຄ່ອງກັບຕາລາງເວລາໂມງເຮັດວຽກຂອງທ່ານ ຕາມສະຖິຕິຂອງ Jawbone ບອກວ່າຫົກໂມງແລງຄືຊ່ວງເວລາທີ່ເໝາະສົມໃນການແລ່ນ ການຝຶກກ້າມເນື້ອ ແລະ ການເຕັ້ນແອໂລບິກ ໃນຄໍລຳສຸຂະພາບ ມື້ນີ້ເຮົາມາອ່ານເຫດຜົນວ່າເປັນຫຍັງຈິ່ງຄວນອອກກຳລັງໃນຕອນແລງກັນດີກວ່າ

1. ໄດ້ຮັບປະສິດທິພາບໄວຂຶ້ນ
ການວິໄຈພົບວ່າໃນຕອນຫົວຄ່ຳເຮົາສາມາດອອກກຳລັງກາຍໄດ້ດົນຂຶ້ນ 20% ແລະ ມີປະສິດທິພາບສູງສຸດ 11 ຊົ່ວໂມງ ສ່ວນຜູ່ທີ່ອອກກຳລັງກາຍໃນຕອນເຊົ້າຈະມີປະສິດທິພາບສູງສຸດທີ່ປະມານ 6 ຊົ່ວໂມງ ດັ່ງນັ້ນເມື່ອທ່ານໄດ້ອອກກຳລັງກາຍດົນຂຶ້ນ, ໜັກຂຶ້ນ ແລະ ແຮງຂຶ້ນ ທ່ານຈະເຫັນຜົນໄດ້ຂຶ້ນເຊັ່ນດຽວກັນ.

2. ກ້າມເນື້ອກະຊັບໄວຂຶ້ນ
ໃນຊ່ວງເວລາໃນການຝຶກ ແລະ ສ້າງກ້າມເນື້ອຄືຊ່ວງເວລາຕອນຫົວຄ່ຳ ເພາະເປັນຊ່ວງທີ່ຮໍໂມນເພດເຊິ່ງກຳລັງປັ່ນປ້ວນກໍ່ຈະສົ່ງໃຫ້ການອອກກຳລັງກາຍໃນຕອນແລງມີປະສິດທິພາບຫຼາຍຂຶ້ນ ລະດັບຄໍຣຕິຊໍໃນຕອນເຊົ້າຈະລະງັບການຈະເລີນເຕີບໂຕຂອງກ້າມເນື້ອ ແຕ່ລະດັບເທສໂທສເຕີໂຮນທີ່ເພີ່ມຂຶ້ນໃນຕອນແລງຈະຊ່ວຍເສີມສ້າງແທນ

3. ນອນຫຼັບງ່າຍຂຶ້ນ
ຫຼັງຈາກອອກກຳລັງດົນປະມານ 90 ນາທີ ທ່ານຈະຮູ້ສຶກຜ່ອນຄາຍ ແລະ ເມື່ອໄປນອນກໍ່ຮູ້ສຶກວ່ານອນຫຼັບງ່າຍຂຶ້ນ ກວ່າຄົນທີ່ອອກຳລັງກາຍໃນຕອນເຊົ້າ

ສຳລັບຜູ່ທີ່ອອກກຳລັງກາຍໃນຕອນເຊົ້າເປັນປະຈຳກໍ່ລອງປ່ຽນເວລາມາອອກກຳລັງກາຍໃນຕອນແລງເບິ່ງ ແລ້ວທ່ານຈະຮູ້ວ່າຜົນໄດ້ຮັບນັ້ນມັນດີແນວໃດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...