Homeຂ່າວຍົນຕົກເຮືອບິນກອງທັບມຽນມາ ພ້ອມຜູ້ໂດຍສານ 116 ຄົນ ຕົກທະເລ

ເຮືອບິນກອງທັບມຽນມາ ພ້ອມຜູ້ໂດຍສານ 116 ຄົນ ຕົກທະເລ

Published on

ອີງຕາມຂ່າວຕ່າງປະເທດລາຍງານມື້ນີ້ ວັນທີ 7 ມິຖຸນາ 2017 ລາຍງານວ່າ ເຮືອບິນກອງທັບອາກາດມຽນມາ ພ້ອມຜູ້ໂດຍສານ 116 ຊີວິດ ປະສົບອຸບັດເຫດຕົກທະເລອັນດາມັນ ຍັງບໍ່ຮູ້ຊະຕາກຳ.

ໃນເວລາປະມານ 13:35 ຂອງມື້ນີ້ ເຮືອບິນຂອງກອງທັບອາກາດມຽນມາ ພ້ອມດ້ວຍຜູ້ໂດຍສານແລະຈຸບິນລວມ 116 ຄົນ ເຊິ່ງສ່ວນຫຼາຍແມ່ນທະຫານ ໄດ້ຫາຍໄປຈາກຫໍບັງຄັບການບິນແລະຈໍເຣດ້າຢ່າງກະທັນຫັນ ໃນເຂດພາກຕາເວັນຕົກຂອງລັດທະວາຍ ໃນຂະນະທີ່ເຈົ້າໜ້າທີ່ກອງທັບໄດ້ລະດົມກັນຄົ້ນຫາຢ່າງຮີບດ່ວນ.

ສື່ທ້ອງຖິ້ນມຽນມາລາຍງານວ່າ ເຮືອບິນທະຫານລຳນີ້ໄດ້ທະຍານຂຶ້ນຈາກ ເມືອງມະຣິດ ເຊິ່ງຢູ່ທາງຕາເວັນຕົກຂອງປະເທດ ຕິດກັບທະເລອັນດາມັນ ມຸ່ງໜ້າໄປຍັງນະຄອນຫຼວງຢາງກຸງ ແຕ່ວ່ານັກບິນໄດ້ຂາດການຕິດຕໍ່ກັບຫໍບັງຄັບການບິນຢ່າງກະທັນຫັນ ເມື່ອເວລາປະມານ 13:35 ຕາມເວລາໃນທ້ອງຖິ່ນ ໂດຍເຮືອບິນລຳດັ່ງກ່າວນັ້ນເປັນເຮືອບິນ ລຸ້ນ Shannxi Y-8 ຜະລິດຢູ່ປະເທດຈີນ.

ແນວໃດກໍຕາມ, ມາຮອດຕອນແລງນີ້ ຍັງບໍ່ມີລາຍງານວ່າໄດ້ພົບເຫັນເຮືອບິນລຳດັ່ງກ່າວແຕ່ຢ່າງໃດ ແລະຄາດວ່າມີຄວາມເປັນໄປໄດ້ສູງເຮືອບິນລຳດັ່ງກ່າວອາດຈະຕົກລົງທະເລອັນດາມັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...