spot_img
Homeຂ່າວເຫດການສປປ ລາວ ລະດົມທຶນຊ່ວຍເຫຼືອປະຊາຊົນຈີນ ທີ່ຖືກຜົນກະທົບຈາກແຜ່ນດິນໄຫວ

ສປປ ລາວ ລະດົມທຶນຊ່ວຍເຫຼືອປະຊາຊົນຈີນ ທີ່ຖືກຜົນກະທົບຈາກແຜ່ນດິນໄຫວ

Published on

 

ດັ່ງ​ທີ່​ຮູ້​ນຳ​ກັນ​ແລ້ວ​ວ່າ ໃນ​ວັນທີ 3 ສິງຫາ 2014 ເວລາ 16:30 ໂມງ (ຕາມ​ເວລາ​ທ້ອງຖິ່ນ) ຢູ່ເມືອງຫຼູ​ຕ້ຽນ ນະຄອນ​

ຈາວ​ທົງ ແຂວງຢູ​ນານ ​ສປ ຈີນ ໄດ້​ເກີດແຜ່ນດິນ​ໄຫວ​ຢ່າງ​ຮ້າຍ​ແຮງໃນຮອບ 100 ປີ ອັນ​ໄດ້​ສ້າງ​ຄວາມເສຍ​ຫາຍ​

ແກ່​ຊີວິດ ແລະ ຊັບ​ສິນຂອງ​ປະຊາຊົນ​ຈີນ​ເປັນ​ຈຳນວນຫຼວງຫຼາຍ ມີ​ຄົນ​ເສຍ​ຊີວິດ​ຫຼາຍກວ່າ 600 ຄົນ ຫາຍ​ສາບ​ສູນ

ຫຼາຍ​ກວ່າ 100 ຄົນ ບາດເຈັບຫຼາຍ​ກວ່າ 3.000 ຄົນ ເຮືອນຊານ​ບ້ານ​ຊ່ອງ ພື້ນຖານ​ໂຄງລ່າງ ເຊັ່ນ: ລະບົບ​ໄຟຟ້າ ນ້ຳ​

ປະປາ ຖະໜົນ​ຫົນທາງ ລະບົບ​ສື່ສານ ແລະ ອື່ນໆ​ຖືກ​ທຳລາຍຢ່າງ​ໜັກໜ່ວງ.

 

ໃນ​ວັນ​ທີ 15 ສິງຫາ 2014 ທີ່ຜ່ານ​ມາ ທີ່​ໂຮງແຮມແລນ​ມາກ ທາງ​ສະມາຄົມ​ມິດຕະພາບ​ລາວ-ຈີນ ກໍ່​ຄື​ລັດຖະບານ​

ລາວ ໄດ້​ຈັດງານ​ປຸກລະດົມ​ທຶນ​ເພື່ອ​ຊ່ວຍເຫຼືອປະຊາຊົນ​ຈີນ​ ທີ່​ຖືກ​ໄພພິບັດ​ແຜ່ນດິນ​ໄຫວ ໂດຍ​ມີ​ທ່ານ ທອງ​ລຸນ ສີ​ສຸ

​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​

ຄອງ​ນະຄອນຫຼວງ​ວຽງ​ຈັນ ທັງ​ເປັນ​ປະທານສະມາຄົມ​ມິດຕະພາບ​ລາວ-ຈີນ ທ່ານ ກວນ​ຫົວ​ປິງ ເອກ​ອັກ​ຄະລັດ​ຖະ​

ທູດ​ຈີນ ປະຈຳ​ລາວ ພ້ອມດ້ວຍ​ບັນດາ​ທ່ານຫົວໜ້າ ຮອງຫົວໜ້າ​ພະ​ແນກ ແລະ ບັນດາ​ບໍລິ​ສັດ​ຫ້າງ​ຮ້ານ ນັກທຸລະກິດ

ແລະ ພາກສ່ວນ​ຕ່າງໆ​ ໄດ້​ເຂົ້າມາ​ຮ່ວມ​ບໍລິຈາກ​ເງິນ ໂດຍ​ສາມາດ​ສະຫຼຸບ​ຍອດ​ເງິນ​ໃນ​ການຊ່ວຍເຫຼືອ ໄດ້​ເງິນ​ກີບ

ຈຳນວນ 304.122.000 ກີບ ເງິນ​ໂດ​ລາສະຫະລັດ ຈຳນວນ 170.100 ໂດລາ​ສະຫະລັດ ແລະ ເງິນ​ບາດ 60.000 ບາດ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12465

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...