spot_img
Homeປ່ອງຢ້ຽມດວງດາວນາຊ່າກຽມສົ່ງຍານສຳຫຼວດໄປທີ່ດວງອາທິດປີໜ້າ

ນາຊ່າກຽມສົ່ງຍານສຳຫຼວດໄປທີ່ດວງອາທິດປີໜ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 31 ພຶດສະ ພາ 2017 ວ່າ ທ່ານ ໂທມັສ ຊູຣບຸດເຄນ ຜູ່ອຳນວຍການຝ່າຍພາລະກິດວິທະຍາສາດຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (ນາຊ່າ ຖະແຫຼງຂ່າວເມື່ອວັນພຸດ ກ່ຽວກັບພາລະກິດ “ປາຣ ເກີ ໂຊລາຣ ໂພຣບ” ( Parker Solar Probe ) ເປັນການສົ່ງຍານສຳຫຼວດບໍ່ມີຄົນຂັບເດີນທາງໄປໂຄຈອນຮອບດວງອາທິດ

ສຳລັບກຳນົດການເບື້ອງຕົ້ນຂອງການສົ່ງຍານສຳຫຼວດ ຈະມີຂຶ້ນໃນເດືອນກໍລະກົດ 2018 ໂດຍຍານຈະອອກເດີນທາງຈາກຖານປ່ອຍຈະຫຼວດພາຍໃນສູນອາວະກາດເຄນເນດີ ທີ່ແຫຼມຄັນເນເວຣັລ ໃນລັດຟໍລິດາ ເດີນທາງດ້ວຍຄວາມໄວ 692,00 ກິໂລແມັດຕໍ່ຊົ່ວໂມງ ຈາກນັ້ນໂຄຈອນຮອບດາວສຸກ 7 ຮອບ ເພື່ອເພີ່ມແຮງວ່ຽງການເຂົ້າສູ່ວົງໂຄຈອນຂອງດວງອາທິດພາຍໃນເດືອນທັນວາ 2024

ທັງນີ້ ເມື່ອໄປຮອດຈຸດໝາຍຍານສຳຫຼວດຈະລອຍຕົວຢູ່ຫ່າງຈາກພື້ນຜິວດວງອາທິດເປັນໄລຍະຫ່າງປະມານ 6.3 ລ້ານກິໂລແມັດ ແລະ ມີກຳນົດໂຄຈອນຮອບດວງອາທິດ 24 ຮອບ ນອກຈາກນີ້ ຕົວຍານຈະຢູ່ພາຍໃຕ້ໂລ່ກັນຄວາມຮ້ອນທີ່ເຮັດຈາກຄາຣບອນໜາເກືອບ 12 ຊມ ເພື່ອປ້ອງກັນຕົວເອງຈາກອຸນຫະພູມໃນບໍລິເວນນັ້ນທີ່ສູງກວ່າ 1,377 ອົງສາ ແລະ ອຸນຫະພູມພື້ນຜິວຂອງດວງອາທິດທີ່ສູງກວ່າ 5,500 ອົງສາ

ວິດີໂອຈາກ: NASA Goddard

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...