Homeນານາສາລະ4 ຂັ້ນຕອນຂອງການຈັດການລາຍຮັບ-ລາຍຈ່າຍແບບງ່າຍໆ ສຳລັບຄົນຍຸກໃໝ່

4 ຂັ້ນຕອນຂອງການຈັດການລາຍຮັບ-ລາຍຈ່າຍແບບງ່າຍໆ ສຳລັບຄົນຍຸກໃໝ່

Published on

ໃນໄລຍະຕົ້ນເດືອນເປັນອີກອີກໜຶ່ງຊ່ວງເວລາທີ່ມີຄວາມສຸກຂອງຫຼາຍໆຄົນ ເພາະວ່າເປັນຊ່ວງເງິນເດືອນອອກ ດັ່ງນັ້ນແທນທີ່ເຮົາຈະໃຊ້ຈ່າຍເງິນຢ່າງຟຸ່ມເຟືອຍເຮົາມາລອງຈັດສັນປັນສ່ວນເພື່ອໃຫ້ເງິນທີ່ໄດ້ຮັບນັ້ນສາມາດເຫຼືອໄວ້ໃຊ້ຈ່າຍຈົນຮອດທ້າຍເດືອນຢ່າງບໍ່ຂັດສົນ ແລະ ຍັງມີເງິນບາງສ່ວນເກັບທ້ອນໄວ້ໃນບັນຊີກັນດີກວ່າ ມື້ນີ້ແອັດເລີຍມີຂັ້ນຕອນງ່າຍໆພຽງ 4 ຂໍ້ໃນການຈັດສັນລາຍຮັບ-ລາຍຈາກສຳລັບຄົນຍຸກໃໝ່ມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປນຳກັນເລີຍ

  1. ວາງແຜນເລື່ອງການເງິນ

ມີການປັນສ່ວນຂອງລາຍຈ່າຍອອກເປັນພາກສ່ວນໃຫ້ຊັດເຈນເຊັ່ນ: ງົບສຳລັບລາຍຈ່າຍປະຈຳທີ່ຕ້ອງຈ່າຍທຸກເດືອນມີລາຍຈ່າຍຫຍັງແນ່ ຕົວຢ່າງ: ຄ່ານ້ຳ, ຄ່າໄຟ, ຄ່ານ້ຳມັນລົດ, ຄ່າບັດໂທລະສັບ, ຄ່າທີ່ພັກ (ກໍລະນີເຊົ່າຫ້ອງຢູ່), ຄ່າອາຫານການກິນ, ຄ່າປະກັນສຸຂະພາບ, ປະກັນພາຫະນະ, ຄ່າດາວລົດ ຫຼື ດາວວັດຖຸອື່ນໆ ແລະ ລາຍຈ່າສຸກເສີນ ຕົວຢ່າງ ຄ່າປິ່ນປົວ, ຄ່າສ້ອມແປງລົດ, ຄ່າຊື້ເຄື່ອງໃໝ່, ຄ່າກິນທ່ຽວ ແລະ ອື່ນໆ ສຳລັບລາຍຈ່າຍສຸກເສີນນັ້ນຕ້ອງວາງງົບໄວ້ຢ່າງຈຳກັດ ແລະ ພະຍາຍາມຢ່າໃຊ້ເກີນຕົວ.

ການປັນສ່ວນລາຍຮັບຄືຕ້ອງຄິດວ່າໃນແຕ່ລະເດືອນເຮົາຕ້ອງມີການຝາກເງິນເຂົ້າບັນຊີທະນາຄານຂອງຕົວເອງຈະເຂົ້າຫຼາຍເຂົ້າໜ້ອຍຄືຕ້ອງພະຍາຍາມໃຫ້ແຕ່ລະເດືອນໃຫ້ມີເງິນເຂົ້າທ້ອນໄວ້ເພື່ອໃຊ້ໃນຍາມຈຳເປັນ ຫຼື ເປັນທຶນໃນອານາຄົດໃຫ້ກັບຕົວເອງ.

2. ມີການຈົດບັນທຶກລາຍຮັບ-ລາຍຈ່າຍເປັນປະຈຳ

(ພະຍາຍາມຈົດບັນທຶກທຸກມືແຮງເປັນການດີ) ເພາະວິທີນີ້ຈະເປັນການເຕືອນສະຕິທ່ານເລື່ອງການໃຊ້ຈ່າຍເງິນໄດ້ເປັນຢ່າງດີ ແລະ ຍັງສາມາດເຮັດເຮົາຮັບຮູ້ເຖິງລາຍຈ່າຍຕົວຈິງວ່າແຕ່ລະມື້ແຕ່ລະເດືອນເຮົາໝົດເງິນໄປເທົ່າໃດ ແລະ ສິ້ນເປືອງກັບສິ່ງໃດຫຼາຍທີ່ສຸດ

3. ເພື່ອປະຢັດລາຍຈ່າຍບາງຢ່າງທີ່ສຳຄັນ

ເຮົາຄວນມີການເຮັດບັດປະກັນສຸຂະພາບໄວ້ ຄົນໂສດກໍ່ເຮັດເປັຮບຸກຄົນ, ຄົນມີຄອບຄົວກໍ່ເຮັດທັງຄອບຄົວເລີຍແມ່ນເປັນການດີ ເພື່ອເວລາເຈັບປ່ວຍ ຫຼື ມີການຜ່າຕັດ ບັດປະກັນສຸຂະພາບນັ້ນຈະຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍເພື່ອການປິ່ນປົວຊ່ວຍເຮົາໄດ້ ເພາະເຮົາຕ້ອງຄິດຫຼາຍໆໄວ້ ຫາກສົມມຸດວ່າເຮົາເກີດເຈັບປ່ວຍເຖິງຂັ້ນຜ່າຕັດ ຫາກບໍ່ມີເງິນເຮົາຈະເອົາເງິນມາຈາກໃສ ມາໃຊ້ຈ່າຍຄ່າຜ່າຕັດ! ວິທີການເຮັດປະກັນສຸຂະພາບ ແລະ ປະກັນອຸບັດຕິເຫດນີ້ແຫຼະຈະເຮັດໃຫ້ທ່ານສະບາຍໃຈຂຶ່ນເມື່ອເວລາເກີດເຫດສຸກເສີນ.

4. ມີປື້ມບັນຊີທະນາຄານແລ້ວກໍ່ຄວນເປີດ ບັດ ATM ແລະ ສະໝັກບໍລິການເສີມນຳທາງທະນາຄານໄວ້ພ້ອມເປັນການດີທີ່ສຸດ ເພາະເຮັດໃຫ້ເຮົາຈະດວກສະບາຍໃນການຊຳລະຄ່າໃຊ້ຈ່າຍບາງຢ່າງ ແລະ ເມື່ອເວລາທີ່ເຮົາຕ້ອງການເງິນເຮົາກໍ່ສາມາດໄປກົດເອົາເງິນໄດ້ຢ່າງສະດວກສະບາຍຕາມທີ່ເຮົາຕ້ອງການ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...