spot_img
Homeຂ່າວພາຍ​ໃນກົມທະບຽນລົງດາບອາຊ່ຽນເຟສແລະເຂັມລາວ ຂໍ້ຫາໃຊ້ເລ່ລ່ຽມຫຼອກລວງລະດົມທຶນ

ກົມທະບຽນລົງດາບອາຊ່ຽນເຟສແລະເຂັມລາວ ຂໍ້ຫາໃຊ້ເລ່ລ່ຽມຫຼອກລວງລະດົມທຶນ

Published on

ວັນທີ 23 ພຶດສະພາ 2017 ທີ່ຜ່ານມາ ເຈົ້າໜ້າທີ່ກົມທະບຽນແລະຄຸ້ມຄອງວິສາຫະກິດ ໄດ້ອອກແຈ້ງການເລກທີ 141/ຈທວ.ກທຄວ ລົງວັນທີ 23 ພຶດສະພາ 2017 ເລື່ອງ ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຂອງບໍລິສັດ ອາຊ່ຽນເຟສຈຳກັດຜູ້ດຽວ ແລະ ບໍລິສັດ ເຂັມລາວ ອະສັງຫາລິມະຊັບ ຈຳກັດຜູ້ດຽວ.

ແຈ້ງການລະບຸວ່າ ບໍລິສັດ ອາຊ່ຽນເຟສ ຈຳກັດຜູ້ດຽວ ແລະ ບໍລິສັດ ເຂັມລາວ ອະສັງຫາລິມະຊັບ ຈຳກັດຜູ້ດຽວ ໄດ້ຖືກໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ໃນທຸກປະເພດທຸລະກິດ ຕາມທີ່ໄດ້ບົ່ວໄວ້ດ້ານຫຼັງຂອງໃບທະບຽນວິສາຫະກິດ ນັບແຕ່ວັນທີ 23 ພຶດສະພາ 2017 ເປັນຕົ້ນໄປ ຈົນກວ່າການດຳເນີນຄະດີຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ດຳເນີນການສຳເລັດ ແລະຖ້າມີຜົນແນວໃດ ເຈົ້າໜ້າທີ່ທະບຽນວິສາຫະກິດຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ທັງນີ້, ການໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ມີຜົນຕໍ່ວິສາຫະກິດ ຄື ບໍ່ສາມາດເຄື່ອນໄຫວທຸລະກິດໄດ້ ໃນກໍລະນີລະເມີດຈະຖືກປະຕິບັດມາຕການຢ່າງເຂັ້ມງວດ ຕາມມາດຕາ 212 ຂອງກົດໝາຍວ່າດ້ວຍວິສາຫະກິດ.

ການໂຈະການດຳເນີນທຸລະກິດດັ່ງກ່າວ ມີຂຶ້ນພາຍຫຼັງມີການສະເໜີຈາກກອງບັນຊາການ ປກສ ນະຄອນຫຼວງ ເລກທີ 171/ປກສ.ນວ ລົງວັນທີ 15 ພຶດສະາ 2017 ໃຫ້ສັ່ງໂຈະ ຫຼືລົບລ້າງທະບຽນ 2 ບໍລິສັດດັ່ງກ່າວ ເນື່ອງຈາກຜົນການສືບສວນ-ສອບສວນແລະເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່ເຫັນວ່າ ບໍລິສັດ ອາຊ່ຽນເຟສ ແລະ ບໍລິສັດ ເຂັມລາວ ອະສັງຫາລິມະຊັບ ໄດ້ໃຊ້ເລ່ລ່ຽມ, ກົນອຸບາຍຫຼອກລວງລະດົມເອົາເງິນຈາກປະຊາຊົນ ຈຳນວນ 14,129,300 ໂດລາສະຫະລັດ ມາໃຊ້ຈ່າຍຊະຊາຍ, ບໍ່ສາມາດສົ່ງເງິນຄືນຕາມສັນຍາໃຫ້ແກ່ປະຊາຊົນໄດ້ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງ ແລະຮ້ອງຟ້ອງດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...