Homeຂ່າວຕ່າງປະເທດ"ຈີນ" ທ້ວງ "ສະຫະລັດ" ບຸກລຸກອານາເຂດຂອງຈີນ

“ຈີນ” ທ້ວງ “ສະຫະລັດ” ບຸກລຸກອານາເຂດຂອງຈີນ

Published on

ທ່ານ ຫຼູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນ ລະບຸລະຫວ່າງການຖະແຫຼງຂ່າວປະຈຳວັນທີ 25 ພຶດສະພາ 2017 ທີ່ຜ່ານມາວ່າ ສະຫະລັດບຸກລຸກເຂດນ້ຳໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ ຫຼັງເຮືອຮົບຂອງສະຫະລັດອາເມລິກາສົ່ງເຮືອເຂົ້າມາໃກ້ເຂດປະກາລັງມິສຊີຟໃນໝູ່ເກາະ ສແປຣຕລີ ເຊິ່ງເປັນໜຶ່ງໃນພື້ນທີ່ຈີນອ້າງສິດທິປະຊາທິປະໄຕ ນີ້ເປັນການປະຕິບັດການໃນເຂດນ້ຳທີ່ເປັນຂໍ້ພິພາກຄັ້ງທຳອິດໃນຍຸກປະທານາທິບໍດີ ໂດນັລ ທຣັມ

ປະຕິບັດການດັ່ງກ່າວເປັນການສະແດງໃຫ້ເຫັນເຖິງ “ເສລີພາບໃນການເດີນເຮືອ” ຄັ້ງທຳອິດໃນຍຸກຂອງ ທຣັມ ຄາດວ່າຈະສ້າງຄວາມບໍ່ພໍໃຈໃຫ້ກັບຈີນ ໃນຊ່ວງເວລາທີ່ສະຫະລັດຕ້ອງການຄວາມຊ່ວຍເຫຼືອຈາກຈີນໃນການປາບປາມໂຄງການທົດສອບຂີປະນາວຸດ ແລະ ອາວຸດນິວເຄຣຍຂອງເກົາຫຼີ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...