spot_img
Homeຂ່າວທ້ອງຖິ່ນການນຳລາວຮ່ວມເຊັນປື້ມ ໄຫວ້ອາໄລ ໃນເຫດການລະເບີດແຕກ ທີ່ ອັງກິດ

ການນຳລາວຮ່ວມເຊັນປື້ມ ໄຫວ້ອາໄລ ໃນເຫດການລະເບີດແຕກ ທີ່ ອັງກິດ

Published on

​ໃນວັນ​ທີ 25 ພຶດສະພາ 2017 ຢູ່​ ສະຖານທູດ​ອັງກິດ ປະຈຳ​ລາວ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ເຊັນ​ປື້​ມ​ໄຫວ້​ອາ​ໄລ ຕໍ່​ກັບ​ເຫດການ​ສະຫຍອງ​ຂວັນ ທີ່​ເປັນ​ຍ້ອນ​ລະ​ເບີດ​ແຕກ ​ໃນ​ຕອນ​ແລງ​ ວັນ​ທີ 22 ພຶດສະພາ 2017 ທີ່ ​ເມືອງ ​ແມນ​ເຊ​ສ​ເຕີ ສະຫະຣາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ.

​ເນື້ອ​ໃນ​ປື້​ມ​ໄຫວ້​ອາ​ໄລລະບຸ​ວ່າ: ພວກ​ຂ້າພະ​ເຈົ້າ ​ໄດ້​ຮັບ​ຊາບ​ຂ່າວ ດ້ວຍ​ຄວາມ​ເສົ້າ​ໂສກ ກ່ຽວ​ກັບ​ເຫດ ການ​ສະຫຍອງ​ຂວັນ ທີ່​ເປັນ​ຍ້ອນ​ລະ​ເບີດ​ແຕກ ທີ່​ເ ມືອງ​ແມນ​ເຊ​ສ​ເຕີ ສະຫະຣາຊະ​ອານາຈັກ ອັງກິດ ​ແລະ ອຽກ ລັງ​ເໜືອ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 22 ພຶດສະພາ 2017 ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 22 ຄົນ ​ແລະ ບາດ​ເຈັບ 59 ຄົນ.

ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ  ​ແລະ ປະຊາຊົນ​ລາວ, ພວກ​ຂ້າພະ​ເຈົ້າ​ ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ​ແລະ ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ ມາ​ຍັງ​ລັດຖະບານ​ ແຫ່ງ ສະ​ຫະຣາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ​ແລະ ປະຊາຊົນ​ອັງກິດ ກໍ​ຄື​ ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຖືກ​ເຄາະ​ຮ້າຍ ຈາກ​ເຫດການ​ດັ່ງກ່າວ.

ສປປ ລາວ ກ່າວ​ປະນາມ​ຢ່າງ​ແຂງ​ແຮງ ຕໍ່​ການ​ກະທຳ​ດັ່ງກ່າວ ຂອງ​ກຸ່ມ​ກໍ່ການ​ຮ້າຍ ທີ່​ຕ້ານ​ກັບ​ສະ ຫະຣາຊະ​ອານາຈັກ ອັງກິດ ​ແລະ ​ອຽກລັງ​ເໜືອ ​ແລະ ພ້ອມ​ທີ່​ຈະ​ຮ່ວມ​ມື​ກັບ ວົງ​ຄະນະ​ຍາດສາ​ກົນ​ ​ໃນ​ການ​ຕ້ານ​ກັບ​ການ​ກໍ່​ການ​ຮ້າຍ​ໃນ​ທຸກ​ຮູບ​ແບບ.

ຮຽບຮຽງຂ່າວໂດຍ: ກິດ​ຕາ
ພາບປະກອບໂດຍ​: ສະຫວາດ
ແຫລ່ງຂ່າວ: www.kpl.gov.la

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...