spot_img
Homeຄົມຄິດຄົມຄົນ7 ກຸ່ມທີ່ທ່ານຄວນເລີກເປັນເພື່ອນໃນເຟສບຸກໂດຍດ່ວນທີ່ສຸດ

7 ກຸ່ມທີ່ທ່ານຄວນເລີກເປັນເພື່ອນໃນເຟສບຸກໂດຍດ່ວນທີ່ສຸດ

Published on

ຊີວິດຂອງຄົນເຮົາມັນສັ້ນເກີນກວ່າຈະມາເສຍເວລາອ່ານຂໍ້ຄວາມໃນໂລກໂຊຊຽວ ດັ່ງນັ້ນການເສບສື່ອອນໄລນ໌ ຄວນມີການເລືອກກັນແນ່ຈັກໜ່ອຍ ມີງານວິໄຈບອກວ່າຄວາມສຸກຂອງຄົນໃນຍຸກປະຈຸບັນມີຄວາມສຳພັນເຊື່ອມໂຍງທາງສັງຄົມອອນໄລນ໌ຢ່າງເຂັ້ມແຂງ ເຊິ່ງອາດໝາຍເຖິງເພື່ອນໆຂອງທ່ານຮ່ວມນຳ ແລະ ນີ້ຄືເພື່ອນບາງກຸ່ມຄົນທີ່ໃນເຟສບຸກທີ່ຄວນກຳຈັດຖິ້ມ ເພື່ອນບໍ່ໃຫ້ເປັນໄພ ຫຼື ສ້າງຄວາມລຳຄານໃຫ້ກັບຕົວເອງ

1. ກຸ່ມຄໍການເມືອງ ກຸ່ມນີ້ແຕ່ລະມື້ບໍ່ສົນໃຈນອກຈາກການສົນທະນາເລື່ອງການເມືອງບໍ່ວ່າຈະເປັນການສົນທະນາທັງເລື່ອງດີເລື່ອງຮ້າຍ ຂ່າວແທ້ ຂ່າວມົ້ວ ກຸ່ມນີ້ຖືວ່າຈັດຢູ່ໃນກຸ່ມທີ່ອັນຕະລາຍ ຖ້າຫຼີກລ່ຽງໄດ້ຄວນຫຼີກລ່ຽງ

2. ກຸ່ມທີ່ມັກກ່າວຮ້າຍໃນແງ່ລົບ ກຸ່ມທີ່ມັກສ້າງເລື່ອງ ຫຼື ເວົ້າໂຈມຕີ ຫຼື ປະຈານຄົນອື່ນ ກຸ່ມນີ້ກໍ່ບໍ່ໜ້າເຂົ້າໄປຫຍຸ້ງກ່ຽວປານໃດ ເພາະວັນໜຶ່ງທ່ານອາດເດືອດຮ້ອນໄດ້

3. ກຸ່ມອະດີດຂອງທ່ານເຊັ່ນ: ເຟສບຸກແຟນເກົ່າ, ຜົວເກົ່າ, ເມຍເກົ່າ, ເພື່ອນເກົາ່ ແລະ ບຸກຄົນອື່ນໆທີ່ເຄີຍເຮັດໃຫ້ທ່ານມີປະສົບການທີ່ເຈັບຊ້ຳນ້ຳໃຈ

4. ກຸ່ມເພື່ອນທີ່ມັກຈະຂໍຄວາມຊ່ວຍເຫຼືອຈາກເຮົາເປັນປະຈຳ ແຕ່ຍາມທີ່ເຮົາຂໍຄວາມຊ່ວຍເຫຼືອຄືນພັດປະຕິເສດເຮົາ ກຸ່ມຄົນແບບນີ້ບໍ່ໜ້າຄົບໄວ້ດົນ

5. ກຸ່ມທີ່ມັກຮຽກຮ້ອງສ້າງຄວາມສົນໃຈ ກຸ່ມຄົນທີ່ມັກສ້າງກະແສເພື່ອໃຫ້ເພື່ອນໃນເຟສສົນໃຈເປັນປະຈຳ ບໍ່ວ່າຈະເປັນໂພສລະບາຍຊີວິດລັນທົດຂອງຕົວເອງເປັນປະຈຳ, ການສ້າງຄລິບທີ່ບໍ່ເໝາະສົມເກີນໄປເພື່ອເປັນການຊັກຊວນເພື່ອນເຂົ້າມາໄລນ໌ຫຼາຍໆ ຫຼື ອື່ນໆ

6. ກຸ່ມທີ່ມັກຄຸຍໂມ້ໂອ້ອວດ ຫຼື ກຸ່ມເພື່ອນທີ່ນິຍົມຄວາມຮຸນແຮງ ແລະ ກຸ່ມທີ່ນິຍົມເລື່ອງລາມົກ

7. ກຸ່ມຄົນທີ່ເຮັດໃຫ້ເຮົາຮູ້ສຶກວ່າຕົວເຮົາບໍ່ມີປະໂຫຍດ ເພື່ອນໃນກຸ່ມຄົນແບບນີ້ຈະເປັນຄົນຄ່ອນຂ້າງມັນໂຊເໜືອໝູ່ເວລາໃດກໍ່ຄິດວ່າຕົວເອງຖືກສະເໝີ ຂໍ້ມູນຂອງຕົວເອງທີ່ນຳມາໂພສນັ້ນເປັນຂອງແທ້ ເລື່ອງລາວທີ່ຕົນນຳເລົ່ານີ້ເປັນເລື່ອງແທ້ ສ່ວນເລື່ອງຄົນອື່ນຂໍ້ມູນຂອງຄົນອື່ນທີ່ນຳມາສົນທະນານັ້ນເປັນຂອງປອມບໍ່ດີເທົ່າຂອງຕົວເອງ ແອັດມີເພື່ອນໃນເຟສແບບນີ້ຄົນໜຶ່ງໃນເຟສກຳລັງຈະບລັອກແລ້ວ ເພາະຮູ້ສຶກເບື່ອ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...