ສປປ ລາວ ຈັດກອງປະຊຸມ ໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ

ໃນວັນທີ 23 ພຶດສະພາ 2017 ຢູ່ ນະຄອນຫລວງວຽງຈັນ, ສປປ ລາວໄດ້ເປັນເຈົ້າ ພາບ ຮ່ວມຈັດກອງປະຊຸມ ໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ຄັ້ງທີ 5 ​ໃນຂອບກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນແລະ ອາຊຽນບວກ ກັບຣັດເຊຍໃນຮອບວຽນທີ 2 ​ໂດຍການ​​ເປັນປະທານຮ່ວມ ຂອງທ່ານ ພັນເອກໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ ຂອງ ສປປ ລາວແລະ ທ່ານ ພັນເອກ ອາບຣາມົບແຊັກເກ ວັດສິຣິວິດ ຫົວໜ້າເຫລົ່າຮົບຊ່າງແສງ ກອງທັບຣັດເຊຍ.

ກອງ​ປະຊຸມຄັ້ງນີ້, ຈະໄດ້ປຶກສາຫາລືແຜນການ 3 ປີ ຂອງກອງປະຊຸມໜ່ວຍງານ ຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5 ​ດັ່ງກ່າວເພື່ອແລກປ່ຽນບົດຮຽນແລະ ການປະຕິບັດງານທີ່ດີ ໃນການເກັບກູ້ລະເບີດ ເພື່ອມະນຸດສະທຳ ຖືເປັນການຊ່ວຍເຫລືອ ເຊິ່ງກັນ​ ​ແລະ ກັນໃນການແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກໃຫ້ມີປະສິດທິຜົນ ກໍຄືການເສີມສ້າງ ຂີດຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນ ລະຫວ່າງ ປະເທດສະມາຊິກກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນແລະ ອາຊຽນບວກໃນຂົງເຂດວຽກງານເກັບກູ້​​ລະເບີດ ເພື່ອມະນຸດສະທຳ.

 

​ຮຽບຮຽງຂ່າວ: ສຸກສະຫວັນ
ພາບປະກອບຂ່າວ ​: ​ໄອ່ຄຳ
ແຫລ່ງຂ່າວ: kpl.gov.la