Homeຂ່າວຕ່າງປະເທດກຸ່ມກໍ່ການຮ້າຍ ISIS ຢຶດເມືອງໃນຟີລິບປິນ ດູເຕີເຕ້ ປະກາດກົດໄອຍະການເສິກ

ກຸ່ມກໍ່ການຮ້າຍ ISIS ຢຶດເມືອງໃນຟີລິບປິນ ດູເຕີເຕ້ ປະກາດກົດໄອຍະການເສິກ

Published on

       ບໍ່ຮອດ 24 ຊົ່ວໂມງ ຫຼັງຈາກເກີດເຫດລະເບີດສະລະຊີບທີ່ຄອນເສີດຂອງອາຣີນາ ກຣານເດ ໃນເມືອງເຊັດສະເຕີ ຂອງອັງກິດ ຈົນເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 22 ຄົນ ຊັອກອັງກິດໝົດທັງເມືອງ ຂູ່ຂວັນຄົນທັງໂລກ ກ່ອນທີ່ກຸ່ມໄອຊິດ (ISIS: Islamic State of Iraq and Seria) ຈະອອກຖະແຫຼງການຮັບຜິດຊອບຕໍ່ເຫດການດັ່ງກ່າວ ຜູ້ທີ່ຈຸດຊະນວນຄືໜຶ່ງໃນມືສັງຫານຂອງໄອຊິດ ພາຍໃນທີ່ຊຸມນຸມຂອງຜູ້ເຮັດສົງຄາມສາດສະໜາ ໃນເມືອງແມນເຊັດສະເຕີ.
      ຂ້າມທະວີບມາຍັງຟີລິບປິນ ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານວ່າ ກຸ່ມຕິດອາວຸດເມົາເຕ້ (Maute) ຫຼື ກຸ່ມໄອຊິດແຫ່ງລາເນົາ ບຸກເຂົ້າຢຶດເມືອງມາຣາວີ ເທິງເກາະມິນດາເນົາ ທາງໃຕ້ຂອງປະເທດຟີລິບປິນ ໂດຍເກີດມີການຕໍ່ສູ້ຍິງປະທະກັບກອງທັບຂອງລັດຖະບານຫຼາຍຄັ້ງ ຕັ້ງແຕ່ເວລາປະມານ 14.00 ຂອງວັນທີ 23 ພຶດສະພາ 2017 ວານນີ້ ຕາມເວລາໃນທ້ອງຖິ່ນ.
      ຜູ້ເຫັນເຫດການລາຍງານວ່າ ໄດ້ມີກຸ່ມຕິດອາວຸດຢ່າງໜ້ອຍ 15 ຄົນ ຖືປືນໄລເຟີນ ຍ່າງໄປຕາມເສັ້ນທາງ ແລະໄດ້ຍິງປືນເຂົ້າໃສ່ບ້ານເຮືອນປະຊາຊົນແລະສຳນັກງານລັດຖະການຕ່າງໆ ພ້ອມທັງປະກາດຫ້າມບໍ່ໃຫ້ປະຊາຊົນອອກຈາກເຮືອນ. ພວກກຸ່ມຕິດອາວຸດ ເມົາເຕ້ ໄດ້ເຂົ້າກວດຄົ້ນແຕ່ລະເຮືອນ ຖ້າຫາກໃຜບໍ່ແມ່ນຊາວມຸດສະລິມຈະຖືກຈັບໄປເປັນໂຕປະກັນ ກ່ອນທີ່ປະຊາຊົນຈະແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາແກ້ໄຂສະຖານະການ.
      ດ້ານປະທານາທິບໍດີ ດູເຕີເຕ ທີ່ກຳລັງຢ້ຽມຢາມລັດເຊຍ ໄດ້ສັ່ງການຂ້າມທະວີບມາຍັງຟີລິບປິນ ປະກາດກົດໄອຍະການເສິກທົ່ວເກາະມິນດາເນົາ ພ້ອມທັງໄດ້ສົ່ງທະຫານແລະຕຳຫຼວດເຂົ້າໄປຕໍ່ສູ້ກັບພວກກຸ່ມກໍ່ການຮ້າຍ ເຊິ່ງມາຮອດປັດຈຸບັນນີ້ ສະຖານະການຍັງບໍ່ເບົາບາງລົງແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...