Homeນານາສາລະສູດກຳຈັດສິວຫຼັງໃຫ້ຫາຍກ້ຽງ

ສູດກຳຈັດສິວຫຼັງໃຫ້ຫາຍກ້ຽງ

Published on

ເວົ້າເລື່ອງສິວຫຼັງມາລະເຈັບເສັ້ນ ເພາະທັງຄັນທັງເປັນຕຸ່ມເປັນຮອຍ ເບິ່ງແລ້ວບໍ່ໂສພາ ຮູ້ສຶກບໍ່ໝັ້ນໃຈຈົນເຖິງຂັ້ນບໍ່ກ້ານຸ່ງເສື້ອໂຊຫຼັງຄືຄົນອື່ນ ເວົ້າມາລະຂັດໃຈສາວໆທີ່ຕ້ອງການໂຊຫຼັງແຕ່ກໍ່ຄາເວນສິວນີ້ ວັນນີ້ແອັດມິນກໍ່ເລີຍນຳສູດກຳຈັດສິວຫຼັງມາຝາກ ເພາະແອັດມິນໄປອ່ານພົບໃນເວັບໄຊ cosmenet ເຂົາຂຽນບອກວ່າ ສູດກຳຈັດສິວຫຼັງນີ້ມີສ່ວນປະສົມງ່າຍໆທີ່ປະກອບມີ ເກືອກິນ ແລະ ເປືອກໝາກກ້ຽງ

ສຳລັບວິທີເຮັດແມ່ນ: ນຳເກືອກິນ ກັບ ເປືອກໝາກກ້ຽງໃນປະລິມານທີ່ທ່ານເຫັນວ່າເໝາະສົມ (ກະຕວງເອົາ) ມາບົດປະສົມເຂົ້າກັນໃຫ້ລະອຽດດີຈາກນັ້ນກໍ່ນຳມາຂັດຜິວທີ່ແຜ່ນຫຼັງປະໄວ້ 15-20 ນາທີ ແລ້ວຈິ່ງລ້າງອອກແລ້ວອາບນ້ຳປົກກະຕິ ເຮັດເປັນປະຈຳຢ່າງໜ້ອຍອາທິດລະ 2-3 ເທື່ອ

ສຳລັບຄົນທີ່ມີສິວຫຼັງຢ່າປ່ອຍໃຫ້ມັນມາກວນໃຈລອງໃຊ້ວິທີນີ້ເບິ່ງເດີ້ ສ່ວນເລື່ອງຈະດີແທ້ ຫຼື ບໍ່ ນັ້ນຕ້ອງລອງພິສູດກັນເອົາເອງ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...