Homeນານາສາລະວິທີຂັດລ້າງເຄື່ອງເງິນໃຫ້ຂາວໃສທັນໃຈສັ່ງ

ວິທີຂັດລ້າງເຄື່ອງເງິນໃຫ້ຂາວໃສທັນໃຈສັ່ງ

Published on

ຂອງໃຊ້ພາຍໃນເຮືອນປະເພດເຄື່ອງເງິນ, ໂລຫະ ແລະ ສະແຕນເຣດ ທີ່ມີລາຄາຄ່ອນຂ້າງສູງ ເມື່ອຕັດສິນໃຈມາແລ້ວກໍ່ຕ້ອງໃຊ້ໃຫ້ມັນຄຸ້ມຄ່າ ຖ້າຫາກເກີດຕົກສີຈາກທີ່ເຄີຍຂາວໃສກາຍເປັນຂຸ່ນມົວ ໃນຄໍລຳ ສາລະໜ້າຮູ້ວັນນີ້ ແອັດມິນມີວິທີຂັດລ້າງເຄື່ອງເງິນໃຫ້ຂາວໃສມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາເບິ່ງນຳກັນເລີຍ

  1. ໝາກຂາມປຽກ

ພຽງນຳໝາກຂາມປຽກມາຕົ້ມໃນນ້ຳໃນປະລິມານທີ່ກະວ່າພໍດີ ຕົ້ມໃຫ້ມັນພໍດີຟົດໆ ແລ້ວປົງລົງຈາກນັ້ນກໍ່ປະໃຫ້ມັນອຸ່ນໆກ່ອນຈະນຳເອົາເຄື່ອງເງິນລົງໄປແຊ່ໄວ້ຈົນນ້ຳຕົ້ມໝາກຂາມປຽກເຢັນແລ້ວຈິ່ງນຳຕ່ອນໝາກຂາມມາຂັດໆຖູໆເຄື່ອງເງິນພຽງເທົ່ານີ້ກໍ່ຂາວໃໝ່ຂຶ້ນໄດ້

2. ນ້ຳໝາກນາວໂຊດາ

ພຽງນຳເຄື່ອງເງິນຂອງທ່ານແຊ່ລົງນ້ຳໝາກນາວໂຊດາປະມານ 1 ຊົ່ວໂມງ ເມື່ອຄົບກຳນົດເວລາກໍ່ນຳຂຶ້ນມາລ້າງງ່າຍໆພຽງເທົ່ານີ້ເຄື່ອງເງິນກໍ່ຂາວໃສຂຶ້ນໄດ້ແລ້ວ

3. ນ້ຳສົ້ມສາຍຊູ ກັບ ແບກກິ້ງໂຊດາ

ນຳນ້ຳສົ້ມເຄິ່ງຖ້ວຍປະສົມກັບແບັກກິ້ງໂຊດາ 2 ບ່ວງແກງ ຄົນໃຫ້ເຂົ້າກັນ ແລ້ວນຳເຄື່ອງເງິນມາແຊ່ໄວ້ປະມານ 2-3 ຊົ່ວໂມງ ເມື່ອຮອດກຳນົດເວລາກໍ່ນຳເຄື່ອງເງິນຂຶ້ນມາລ້າງເຮັດຄວາມສະອາດ ພຽງເທົ່ານີ້ກໍ່ເຮັດຄວາມສະອາດໄດ້ແລ້ວ.

ຖ້າຕອນນີ້ເຄື່ອງເງິນຂອງທ່ານກຳລັງສີເສົ້າຢູ່ກໍ່ລອງນຳ 3 ວິທີນີ້ມາເຮັດເບິ່ງຮັບຮອງວ່າເຄື່ອງເງິນຂອງທ່ານຈະຂາວໃສຄືຊື້ມາໃໝ່ໆແນ່ນອນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...