spot_img
Homeຂ່າວການພັດທະນາລັດສະເໜີປັບປຸງກົດໝາຍ ວ່າດ້ວຍໄຟຟ້າ

ລັດສະເໜີປັບປຸງກົດໝາຍ ວ່າດ້ວຍໄຟຟ້າ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນ​ວັນ​ທີ 9 ພຶດສະພາ 2017 ວ່າ ​ສະພາ​ແຫ່ງ​ຊາດ ທ່ານ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ ​ສະ​ໄໝ​ສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ກ່ຽວ​ກັບ​ການ​ປັບປຸງ ​ກົດໝາຍວ່າ​ດ້ວຍ​ໄຟຟ້າ ສະບັບ​ປັບປຸງ ຄັ້ງ​ທີ 3, ​ເຊິ່ງ​ໃນ​ນັ້ນເພີ່ມ ​ແລະ ດັດ​ແກ້​ຈາກ 11 ໝວດ ມາ​ເປັນ 13 ພາກ (ປ່ຽນ​ຈາກ​ໝວດ ມາ​ເປັນ​ພາກ), ​ເພີ່ມ​ເຂົ້າ​ໃໝ່ 2 ພາກ; ພ້ອມ​ທັງ​ ປັບປຸງ​ຈາ​ກກົດໝາ​ຍ​ເກົ່າ ທີ່​ມີ​ທັງ​ໝົດ 81 ມາດຕາ ມາ​ເປັນ 113 ມາດຕາ. ​ໃນ​ນັ້ນ, ​ເພີ່ມ​ເຂົ້າ​​  ໃໝ່ 44 ມາດຕາ; ປັບປຸງ 50 ມາດຕາ; ຮັກສາ​ເດີ​ມ​ໄວ້ 21 ມາດຕາ ​ແລະ ຕັດອອກ 2 ມາດຕາ.

ທ່ານ ຄຳ​ມະນີ ອິນ​ທິລາດ ​ໄດ້​ສະ​ເໜີ​ເປົ້າ​ໝາຍ ​ແລະ ຈຸດປະ​ສົງ​ຕົ້ນຕໍ ​ຂອງ​ການ​ປັບປຸງ​ ກົດໝາຍ​ໄຟ​ຟ້າ​ໃນ​ຄັ້ງ​ນີ້​ ຕໍ່​ກອງ​ປະຊຸມ​ວ່າ: ​ເພີ່ມ​ລ​ະບຽບການ ​ເພື່ອ​ຄຸ້ມ​ຄອງ​ການ​ພັດທະນາ​ ໂຄງການ​ຜະລິດ​ໄຟຟ້າ ສະ​ເພາະ​ຂອງ​ເອກະ​ຊົນ ​ແລະ ​ໂຄງ​ການ​ກໍ່ສ້າງ​ເຂື່ອນ, ສາຍ​ສົ່ງ​ໄຟຟ້າ ທີ່​ລົງທຶນ ​ໂດຍ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເພື່ອ​ຮັບປະກັນ​ ປະສິດທິພາບ, ປະສິດທິ​ຜົນ, ຄວາມ​ປອດ​ໄພ ​ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ, ລວມທັງ​ການ​ກຳນົດ​ກົນ​ໄກ ການ​ອະນຸມັດ​ໂຄງການ​ໄຟຟ້າ ​ທີ່​ໂປ່​ງ​ໃສ​ເປີດ​ເຜີຍ ​ແລະ ມີ​ການ​ແຂ່ງຂັນ​ ໂດຍ​ເພີ່ມ​ສິດ​ອຳນາດ ​ໃຫ້​ກັບ​ສະພາ​ແຫ່ງ​ຊາດ ​ໃນ​ກາ​ນພິຈາລະນາ​ ຮັບຮອງ​ແຜນ​ພັດທະນາ​ພະລັງງານ ໄຟຟ້າ​ແຫ່ງ​ຊາດ ​ເພື່ອ​ໃຫ້​ລັດຖະບານ ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ ​ໃນ​ແຕ່ລະ​ໄລຍະ;​ ເພີ່ມ​ຄວາມ​ຊັດ​ເຈນ ກ່ຽວ​ກັບ​ພາລະ​ບົດບາດ​ ຂອງ​ຂະ​ແໜງ​ການ ​ເພື່ອ​ຮັບປະກັນ ​ຄວາມ​ເປັນ​ເຈົ້າ​ການ​ ໃນ​ການ​ຮັບ​ຜິດ​ຊອບ ຕໍ່​ຜົນງານ ​ແລະ ບັນຫາ​ຕ່າງ​ໆ​ ຂອງ​ໂຄງການ​ໄຟຟ້າ, ຄ່ຽງຄູ່​ກັບ​ການ​ກຳນົດ​ ຂອດ​ການ​ປະສານ​ງານ ລະຫວ່າງ ຂະ​​ແໜງ​ການ​ດ້ວຍ​ກັນ, ສູນ​ກາງ ​ແລະ ທ້ອງ​ຖິ່ນ ໃຫ້​ມີ​ຄວາມ​ຈະ​ແຈ້ງ, ຮັບປະກັນ​ການ​ພັດທະນາ​ ຢ່າງ​ເປັນ​ລະບົບ​ຄົບ​ຊຸດ, ຮັບປະກັນ​ ທາງ​ດ້ານ​ເຕັກນິກ, ​ໃຫ້​ສູນ​ກາງ​ຕ້ອງ​ໄດ້​ຊ່ວຍ​ເຫລື​ອ ທາງ​ດ້ານ​ວິຊາ​ການ ​ໃຫ້​ກັບ​ທ້ອງ​ຖິ່ນ​ຫລາຍ​ຂຶ້ນ; ພ້ອມ​ທັງ​ສ້າງ​ລະບຽບ​ການ ​ໃຫ້​ມີ​ການວາງ​ແຜນການ ​ພັດທະນາ ພະລັງງານ​ໄຟຟ້າ ຄຽງ​ຄູ່​ກັບ​ວຽກ​ງານ ​ຂອງ​ຂະ​ແໜງ​ການ​ອື່ນ ​ຢ່າງ​ກົມ​ກຽວ​. ຮັບປະກັນ​ ການ​ພັດທະນາຢ່າງ​ສົມ​ຄູ່​ ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ກໍ​ຄື​ການ​ຫລີກ​ລ້ຽງ​ ບໍ່​ພັດທະນາ​ໂຄງການ ໃນ​ເຂດ​ປ່າ​ສະຫງວນ, ປ່າ​ປ້ອງ​ກັນ​ ​ແລະ ຫລີກ​ລ້ຽງ​ການ​ລົງທຶນ ​ທີ່​ບໍ່​ຈຳ​ເປັນ; ນອກ​ຈາ​ກນີ້, ຍັງ​ສ້າງ​ນະ​ໂຍບາຍ ​ທາງ​ດ້ານ​ລາຄາ​ໄຟຟ້າ ເພື່ອ​​ສົ່ງ​ເສີມ​ການ​ໃຊ້​ໄຟຟ້າ​ ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ ການ​ດຳລົງ​ຊີວິດ​ປະຈຳ​ວັນ ​ເປັນ​ຕົ້ນ​ ປະຊາຊົນ​ເຂດ​ທຸກ​ຍາກ ​ຫ່າງ​ໄກ​ສອກຫລີກ ​ແລະ ຈຸ​ລະວິ​ສາ​ຫະກິດ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​.

ພ້ອມ​ນີ້, ທ່ານ ຄຳ​ມະນີ ອິນ​ທິລາດ ຍັງ​ໃຫ້​ຮູ້ຕື່ມ​ວ່າ: ​ການ​ປັບປຸງ​ກົດໝາຍ​ໄຟ​ຟ້າ ຍັງ​ເປັນ​ການ​ສ້າງ​ກົນ​ໄກ​ ການ​ກຳນົດ ​ແລະ ການ​ຮັບຮອງ​ລາຄາ​ໄຟ​ຟ້າ ໃຫ້​ມີ​ຄວາມ​ເປັນ​ທຳ, ​ໂປ່​ງ​ໃສ, ​ເປີດ​ເຜີຍ ​ແລະ ມີ​ສ່ວນ​ຮ່ວມ ຂອງ​ຕົວ​ແທນ​ປະຊາຊົນ ​ຜູ້​ຊົມ​ໄຊ້​ໄຟຟ້າ​ຫລາຍ​ຂຶ້ນ; ພ້ອມ​ທັງ​ເອົາ​ໃຈ​ໃສ່​ ພັນທະ​ຂອງ​ຜູ້​ຈຳ​ໜ່າຍ​ໄຟຟ້າ ​ແລະ ​ເພີ່ມ​ກົນ​ໄກ​ການ​ຄຸ້ມ​ຄອງ ​ແລະ ການກວດ​ກາ​ຄວາມ​ປອດ​ໄພ​ ຂອງ​ຜູ້​ຊົມ​​ໃຊ້​ໄຟຟ້າ; ​ແລະ ຍັງ​​ເປັນ​ການຈັດ​ວາງ ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ ລະ​ຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຄືນ ​ໃຫ້​ແທດ​ເໝາະ​ກັບ​ສະພາບຕົວ​ຈິງ ​ແລະ ຈຳ​ກັດ​ການ​ພັດທະນາ ​ໂຄງການ​ຂະໜາດ​ນ້ອຍ​ ທີ່​ມີ​ປະສິດທິ​ຜົນ​ຕໍ່າ.

ຂ່າວໂດຍ: ສົມ​ຫວັງ 
ພາບ​ປະກອບ: ເກດສະໜາ

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...