spot_img
Homeຊີວິດແລະຄວາມຮັກ6 ຂໍ້ດີຂອງການມີແຟນສາວໜ້າຕາທຳມະດາ

6 ຂໍ້ດີຂອງການມີແຟນສາວໜ້າຕາທຳມະດາ

Published on

“ຄົນຈະງາມ ງາມທີ່ໃຈ ບໍ່ແມ່ນໜ້າຕາ” ເອ໋ະ! ແມ່ນຢູ່ບໍ້ເນາະ?… ສຸພາສິດເພິ່ນກ່າວໄວ້ແບບນີ້ ແຕ່ໃນໂລກຄວາມເປັນຈິງແລ້ວມີໜ້ອຍຄົນທີ່ຈະເຫັນຄຸນຄວາມງາມຈາກຂ້າງໃນກ່ອນຈິ່ງຄ່ອຍຕົກຫຼຸມຮັກ ສ່ວນຫຼາຍດ່ານທຳອິດແມ່ນຈະວັດກັນທີ່ຄວາມງາມຈາກພາຍນອກກ່ອນ ຄົນໜ້າຕາດີ ຫຸ່ນດີ ຜິວດີ ມັກມີຄົນມາຫຸ້ມໃຫ້ຄວາມສົນໃຈ ແຕ່ເມື່ອຄົບໆກັນໄປຫຼັງຈາກເຫັນທາດແທ້ແລ້ວຄວາມຮັກນັ້ນມັນຈະຄ່ອຍໆຈືດຈາງ ເຊິ່ງຜິດຕ່າງຈາກຄົນໜ້າຕາທຳມະດາ ເພາະເລີ່ມຕົ້ນໜ້າຕາທຳມະດາແບບໃດ ດົນໄປກໍ່ຍັງໜ້າຕາທຳມະດາຄືເກົ່າ ດັ່ງນັ້ນຄວາມຮັກຂອງຄົນໜ້າຕາທຳມະດາຈິ່ງຄ່ອນຂ້າງຄົງທີ່ ບໍ່ຄ່ອຍມີການປ່ຽນຊູ້ປ່ຽນແຟນປານໃດ ອັນນີ້ແອັດບໍ່ໄດ້ຟັນທຸງເດັດຂາດວ່າສິ່ງທີ່ແອດກ່າວມານັ້ນມັນຈະຖືກຕ້ອງໄປໝົດ ແຕ່ສ່ວນຫຼາຍມັນຈະເປັນແບບນັ້ນ ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ ເຮົາຈະມາຮູ້ຈັກຂໍ້ດີຂອງການມີແຟນໜ້າຕາທຳມະດາ ທີ່ໜຸ່ມໆຄວນຮູ້ໄວ້ ດີກວ່າຈະໄປແລ່ນໄລ່ຫາແຕ່ຄົນໜ້າຕາດີໃຫ້ປວດໃຈປ່ວຍກະເປົາເງິນໄປອີກ.

6 ຂໍ້ດີຂອງການມີແຟນສາວໜ້າຕາທຳມະດາ

  1. ຄົບກັບຄົນໜ້າຕາທຳມະດາແລ້ວຈະສະບາຍໃຈ ເພາະບໍ່ຕ້ອງຄິດລະແວງວ່າຈະມີຄົນມາມັກນຳ
  2. ພວກນາງຈະບໍ່ສິ້ນເປືອງເງິນຫຼາຍ ເພາະດ້ວຍຄວາມເປັນສາວທຳມະດາ ດັ່ງນັ້ນລະດັບການແຕ່ງໜ້າ ແຕ່ຕົວຈິ່ງບໍ່ຈຳເປັນຕ້ອງຊື້ເຄື່ອງສຳອາງແພງ ຫຼື ປ່ຽນເສື້ອຜ້າຕະຫຼອດ
  3. ຄົນໜ້າຕາທຳມະດາເປັນຄົນຮັກດຽວໃຈດຽວ ເພາະສ່ວນຫຼາຍຄົນໃນກຸ່ມນີ້ຈະຖະໜອມຄວາມຮັກທີ່ມີໄວ້ໄດ້ດີກວ່າພວກທີ່ໜ້າຕາດີ ກໍ່ເພາະວ່າກວ່າຈະມີຜ່ານເຂົ້າມາເປັນກາວໃຈໃນຊີວິດນີ້ກໍ່ຍາກແລ້ວ ເມື່ອມີແລ້ວພວກນາງຈິ່ງຕ້ອງຮັກສາໄວ້
  4. ມີສະໄຕລເປັນຕົວຂອງຕົວເອງ ພວກນາງຈະມີຄວາມໝັ້ນໃຈໃນລະດັບສະເພາະຂອງພວກນາງ ພໍ່ເຫີ່ໄປຕາມສັງຄົມແຟຊັ່ນຈົນເກີນໄປ
  5. ພວກນາງຈະສາມາດງາມຂຶ້ນໄດ້ກວ່າທີ່ເປັນຢູ່ ເນື່ອງຈາກວ່າໃນເວລາຢູ່ເຮືອນປົກກະຕິພວກນາງຈະບໍ່ແຕ່ງຈິ່ງເຮັດໃຫ້ເບິ່ງແລ້ວບໍ່ມີສີສັນພໍປານໃດ ແຕ່ສາວໆກຸ່ມນີ້ເມື່ອໄດ້ແຕ່ງຕົວແຕ່ງໜ້າດີໆຂຶ້ນມາເຖິງກັບເຮັດໃຫ້ທ່ານຕະລຶງຂຶ້ນມາໄດ້ທັນທີ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...