spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີແຫ່ງ ສປປ ລາວສະແດງວິໄສທັດການພັດທະນາສີຂຽວຕໍ່ນັກລົງທຶນສິງກະໂປ

ນາຍົກລັດຖະມົນຕີແຫ່ງ ສປປ ລາວສະແດງວິໄສທັດການພັດທະນາສີຂຽວຕໍ່ນັກລົງທຶນສິງກະໂປ

Published on

ເມື່ອວັນທີ 2 ພຶດສະພາ 2017 ນີ້ ເວັບໄຊຂ່າວ straitstimes ແລະ ເຟສບຸກສຳນັກຂ່າວສານປະເທດລາວ ໄດ້ນຳສະເໜີຂ່າວ ນາຍົກລັດຖະມົນຕີແຫ່ງ ສປປ ລາວສະແດງວິໄສທັດການພັດທະນາສີຂຽວຕໍ່ນັກລົງທຶນສິງກະໂປ ເຊິ່ງມີເນື້ອໃນຂ່າວດັ່ງລຸ່ມນີ້:

ບັນດານັກລົງທຶນສິງກະໂປຈະມີໂອກາດ ແລະ ທ່າແຮງເພີ່ມຂຶ້ນເພື່ອເຂົ້າໄປລົງທຶນ ຢູ່ ສປປ ລາວ ໂດຍສະເພາະຂະແໜງການກະສິກໍາ ແລະ ພະລັງງານ ຂະນະທີ່ການລົງທຶນຂອງປະເທດສິງກະໂປ ໃນ ສປປ ລາວມີມູນຄ່າ 187 ລ້ານໂດລາສະຫະລັດ ກວມເອົາ 79 ໂຄງການ ແລະ ໄດ້ຈັດອັນດັບທີ 11 ຂອງການລົງທຶນລາຍໃຫຍ່ໃນລາວ.

ໃນໂອກາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ເດີນທາງຢ້ຽມຢາມຢ່າງເປັນທາງ ທີ່ ສາທາລະນະລັດ ສິງກະໂປ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສິງກະໂປ ໃນວັນທີ 2 ພຶດສະພາ 2017 ນີ້ ທີ່ ສ.ສິງກະໂປ.

ມື້ດຽວກັນນັ້ນ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ຮັບກຽດເຂົ້າຮ່ວມກອງປະຊຸມພາກທຸລະກິດ ເຊິ່ງ ທ່ານໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ໃຫ້ທັດສະນະບາງຕອນຕໍ່ບັນດາຜູ້ເຂົ້າຮ່ວມວ່າ ລາວມີນະໂຍບາຍການພັດທະນາສີຂຽວ ກັບໂອກາດທີ່ມີທ່າແຮງບົ່ມຊ້ອນສໍາລັບການພັດທະນາດ້ານກະສິກໍາ ແລະ ພະລັງງານໄຟຟ້າຍ້ອນວ່າມີຊັບພະຍາກອນນ້ໍາ ແລະ ດິນອຸດົມສົມບູນ. ນອກຈາກນີ້ ສປປ ລາວຍັງມີຄວາມຕ້ອງການຫັນປ່ຽນຈາກສະຖານະພາບປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຕໍ່ ຫລື ສູນກາງທາງຜ່ານໂດຍຜ່ານການເພີ່ມທະວີການລະບົບການເຊື່ອມຕໍ່ ແລະ ພື້ນຖານໂຄງລ່າງທີ່ມີຄວາມສະດວກສະບາຍ.

ແນວໃດກໍດີ ການເຊື່ອມຕໍ່ແມ່ນມີຄວາມສໍາຄັນຫລາຍສໍາລັບ ສປປ ລາວເພື່ອບັນລຸເປົ້າໝາຍຫລຸດພົ້ນອອກຈາກຄວາມທຸກຍາກໂດຍຜ່ານການຄ້າ, ການລົງທຶນ, ການຄົມມະນາຄົມ, ການທ່ອງທ່ຽວ, ການໄປມາຫາສູ່ ແລະ ອື່ນໆ ໂດຍສະເພາະການໂຄງການກໍ່ສ້າງເສັ້ນທາງລົດຄວາມໄວນັ້ນແມ່ນໜຶ່ງໃນຫລາຍກຸນແຈສໍາຄັນເພື່ອຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນຕໍ່ໜ້າ ເຊິ່ງໂຄງການການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຫາກໍເລີມຕົ້ນລົງມືກໍ່ສ້າງຢ່າງເປັນທາງການໃນປີ 2015 ຜ່ານມາ ແລະ ເຫັນວ່າມີຄວາມຄືບໜ້າເປັນທີ່ໜ້າເພີ່ງພໍໃຈຫລາຍ.

ຮຽບຮຽງຂ່າວໂດຍ: ເກີດຂວັນໃຈ.
ແຫລ່ງຂ່າວ: www.straitstimes.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...