spot_img
Homeຂ່າວພາຍ​ໃນທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ

ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ

Published on

ໃນວັນທີ 27 ເມສາ 2017 ຜ່ານມານີ້ ເປັນມື້ ສຸດທ້າຍຂອງການຢ້ຽມຢາມລາວ, ໃນຕອນເຊົ້າ ທ່ານຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ໄປວາງພວງມາລາ ເພື່ອລະນຶກ ແລະສະແດງຄວາມຮູ້ບຸນຄຸນ ຕໍ່ນັກຮົບປະຕິວັດ, ທີ່ອະນຸສາວະລີນິລະນາມນັກຮົບ

ໃນໂອກາດນີ້, ທ່ານ ຫງວຽນ ຊວນ ຟຸກ ແລະທ່ານ ທອງລຸນ ສີສຸລິດ ຍັງໄດ້ເປັນກຽດເຂົ້າ ຮ່ວມພິທີເປີດໂຮງແຮມ ຄຼາວ ພຼາຊາ (Crowne Plaza), ຊຶ່ງ ເປັນໂຮງແຮມທີ່ລົງທຶນໂດຍ ນັກລົງທຶນຫວຽດນາມ ແລະ ໄດ້ຖືໂອກາດດັ່ງກ່າວ ພົບປະໂອ້ ລົມກັບນັກທຸລະກິດຫວຽດນາມ ທີ່ລົງທຶນຢູ່ ສປປ ລາວ. ນອກນັ້ນ, ທ່ານ ຫງວຽນ ຊວນ ຟຸກ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ສຳຄັນ ຂອງ ສປປ ລາວ ເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ສຸພານຸວົງ ເປັນຕົ້ນ.

ການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ຫງວຽນ ຊວນ ຟຸກ ແລະ ຄະນະໃນຄັ້ງນີ້ ໄດ້ມີຜົນ ສຳເລັດ ແລະ ມີຄວາມໝາຍອັນສຳຄັນໃນຫຼາຍດ້ານເຊັ່ນ: ສອງຝ່າຍໄດ້ບັນລຸຂໍ້ຕົກລົງໃນລະດັບສູງ ແລະ ໄດ້ມີການລົງນາມເອກະສານຮ່ວມກັນ ຈຳນວນ 9 ສະບັບ, ພິເສດແມ່ນ ສາມາດບັນລຸໄດ້ຂໍ້ຕົກລົງ ວ່າດ້ວຍການຮ່ວມລົງທຶນ ເພື່ອ ພັດທະນາທ່າເຮືອຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3), ເປັນ ທ່າເຮືອລາວ – ຫວຽດນາມ, ເພື່ອ ສປປ ລາວ ມີທາງອອກສູ່ ທະເລ, ພິເສດທີ່ສຸດແມ່ນສອງຝ່າຍໄດ້ພ້ອມກັນເປີດປີສາມັກ ຄີມິດຕະພາບລາວ – ຫວຽດ ນາມ, ຫວຽດນາມ – ລາວ 2017 ຂຶ້ນຢ່າງເປັນທາງການ ໂດຍເຫັນດີເປັນເອກະພາບກັນ ໃນການຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນຄົບຮອບ 40 ປີ ແຫ່ງການ ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ – ຫວຽດນາມ ແລະ 55 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ສອງປະເທດໃຫ້ມີຄວາມເຄັ່ງຂຶມ, ຄຶກຄື້ນ ແລະມີຄວາມໝາຍສຳຄັນໃນທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນທັງສອງຊາດ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...