spot_img
Homeນານາສາລະໝາກນາວມີສັບພະຄຸນຫຼາຍຢ່າງ ທີ່ທ່ານອາດຍັງບໍ່ຮູ້

ໝາກນາວມີສັບພະຄຸນຫຼາຍຢ່າງ ທີ່ທ່ານອາດຍັງບໍ່ຮູ້

Published on

ໝາກນາວ ເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດສົ້ມ ມີວິຕາມິນ ແລະແຮ່ທາດຫຼາຍຢ່າງທີ່ບຳລຸງສຸຂະພາບຂອງຄົນເຮົາ, ນອກຈາກນັ້ນ ຍັງມີສັບພະຄຸນທາງຢາ ທີ່ຊ່ວຍປ້ອງກັນ ແລະຊ່ວຍບັນເທົາອາການຂອງພະຍາດຫຼາຍໆຢ່າງໄດ້

  1. ຊ່ວຍແກ້ອາການວິນຫົວ ເປັນລົມ ເຈັບຫົວ ເມົາເຫຼົ້າໄດ້
  2. ຊ່ວຍຮັກສາໂຣກຄວາມດັນເລືອດສູງ ແລະຕໍ່າ
  3. ເປັນຢາອາຍຸວັດທະນະ ແລະຊ່ວຍການຈະເລີນອາຫານໄດ້
  4. ແກ້ອາການວິນຫົວຕະຫຼອດ ຫຼັງຈາກເກີດລູກ
  5. ແກ້ໂຣກຕາແດງ
  6. ໃຊ້ເປັນຢາແກ້ໄຂ້ໄດ້ ດ້ວຍການເອົາໃບມາຊອຍ ແລ້ວເອົາມາຊົງກັບນໍ້າຮ້ອນ ດື່ມເປັນນໍ້າຊາ ຫຼືໃຊ້ອົາກົ້ວປາກ ເພື່ອຊ່ວຍຂ້າເຊື້ອພະຍາດ
  7. ຊ່ວຍແກ້ໄອ ຫຼືອາການໄອ ທີ່ມີເລືອດປົນອອກມາ ເຊິ່ງຈະຊ່ວຍຫຼຸດອາການໄດ້ດີ
  8. ຊ່ວຍບັນເທົາອາການສຽງແຫບແຫ້ງໄດ້
  9. ຊ່ວຍຫຼຸດອາການເຫືອກບວມ
  10. ໃຊ້ເປັນຢາບ້ວນປາກ ດ້ວຍການໃຊ້ນໍ້າໝາກນາວ 3-4 ຢົດ ກໍຂະເຮັດໃຫ້ຊ່ອງປາກສະອາດຫຼາຍຂຶ້ນ
  11. ແກ້ອາການເຈັບທ້ອງ ດ້ວຍການດື່ມນໍ້າໝາກນາວ
  12. ຊ່ວຍຂັບແມ່ທ້ອງໄດ້ ດ້ວຍການດື່ມນໍ້າໝາກນາວປະສົມນໍ້າເຜິ້ງ
  13. ຊ່ວຍແກ້ອາການທ້ອງຜູກ ດ້ວຍການດື່ມນໍ້າໝາກນາວປະສົມເກືອເລັກໜ້ອຍ
  14. ຊ່ວຍຮັກສາໂຣກກະເພາະ ດ້ວຍການເອົາເປືອກໝາກນາວ ມາຊົງກັບນໍ້າອຸ່ນ ແລະດື່ມເປັນຢາ
  15. ຊ່ວຍປິ່ນປົວໂຣກໜິ້ວ
  16. ແກ້ອາການລົງຂາວ ດ້ວຍການດື່ມນໍ້າໝາກນາວ ປະສົມກັບເກືອ ແລະນໍ້າຕານເລັກໜ້ອຍ
  17. ຊ່ວຍບັນເທົາອາການອ່ອນເພຍ ດ້ວຍການດື່ມນໍ້າໝາກນາວ ປະສົມກັບນໍ້າຕານເລັກໜ້ອຍ
  18. ຊ່ວຍບັນເທົາອາການຄັນຕາມບໍລິເວນຜິວໜັງ
  19. ຊ່ວຍບັນເທົາອາການຄັນຫົວ ດ້ວຍການໃຊ້ນໍ້າໝາກນາວນວດຫົວໃຫ້ທົ່ວ ແລ້ວຄ່ອຍສະຜົມ
  20. ນໍ້າໝາກນາວຊ່ວຍຫຼຸດບັນຫາກິ່ນຕົວໄດ້ ດ້ວຍການເອົາໝາກນາວທາບໍລິເວນຮັກແຮ້
  21. ປ້ອງກັນໄພຈາກງູ ດ້ວຍການໃຊ້ເປືອກໝາກນາວປະໄວ້ບໍລິເວນໃກ້ບ່ອນນອນ ງູຈະບໍ່ມາລົບກວນເພາະໄດ້ກິ່ນໝາກນາວ
  22. ຫຸງເຂົ້າໃຫ້ຂາວ ແລະແຊບ ດ້ວຍການໃຊ້ນໍ້າໝາກນາວປະມານ 2-3 ບ່ວງໄປປະສົມກັບນໍ້າເຂົ້າ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...