spot_img
Homeຂ່າວພາຍ​ໃນບັນດາສະມາຊິກສະພາ ໄດ້ພ້ອມກັບປະກອບຄຳເຫັນຄິດຄຳເຫັນ ແລະສະເໜີຫຼາຍບັນຫາ ໃຫ້ລັດຖະບານພິຈາລະນາ

ບັນດາສະມາຊິກສະພາ ໄດ້ພ້ອມກັບປະກອບຄຳເຫັນຄິດຄຳເຫັນ ແລະສະເໜີຫຼາຍບັນຫາ ໃຫ້ລັດຖະບານພິຈາລະນາ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ເມສານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ພ້ອມທັງສະເໜີຫຼາຍບັນຫາ ໃຫ້ລັດຖະບານນຳໄປພິຈາລະນາ.

ທ່ານ ສຸວັນນີ ໄຊຊະນະ ສສຊ ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ປະທານສະພາປະຊາຊົນແຂວງ ໄດ້ຊົມເຊີຍລັດຖະ ບານທີ່ຈັດຕັ້ງແຜນງົບປະມານ ແຫ່ງລັດ ເປັນຕົ້ນແມ່ນການ ເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍ ແຕ່ກໍເປັນຫ່ວງເນື່ອງຈາກວ່າແຜນເກັບລາຍຮັບປີ 2017 ຂອງລັດຖະບານບັນລຸ ປະມານ 95 – 96% ຊຶ່ງຫາກ ເມື່ອເປັນເຊັ່ນນັ້ນງົບປະມານ ຈະຂາດໄປປະມານ 5% ຊຶ່ງຕົກ ຢູ່ປະມານພັນກວ່າຕື້ກີບ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ລັດຖະບານຄວນປັບລາຍຈ່າຍລົງ ເພື່ອຫຼຸຸດຊ່ອງວ່າງການຂາດດຸນງົບປະມານ ຊຶ່ງການຂາດດຸນງົບປະມານ ທີ່ສະພາຮອງຮັບບໍ່ໃຫ້ເກີນ 6,52% ແຕ່ຫາກມີການດັດແກ້ ກໍຈະກະທົບກັບລາຍຈ່າຍອື່ນໆ ລວມທັງການລົງທຶນ.

ໃນນັ້ນ ສສຊ ເຂດ 3 ແຂວງຫຼວງນ້ຳທາ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງເບິ່ງ ຄືນການຊົດເຊີຍຕໍ່ຜູ້ທີ່ໄດ້ຮັບ ຜົນກະທົບຈາກໂຄງການພັດທະນາ ໂດຍສະເພາະແມ່ນ ໂຄງການພັດທະນາໄຟຟ້າ ຊຶ່ງບາງໂຄງການ, ການຈັດສັນບໍ່ເປັນໄປຕາມສັນຍາ, ບໍ່ເປັນໄປຕາມການຕົກລົງກັບປະຊາຊົນ ໂດຍສະເພາະແມ່ນເສັ້ນທາງໄປຫາພື້ນທີ່ທຳການຜະລິດ, ສ່ວນການຊົດເຊີຍເຮືອນ, ບາງຄອບຄົວຄວນໄດ້ຮັບປະເພດ 2 ປະເພດ 3 ແຕ່ຊ້ຳພັດຊົດເຊີຍໃຫ້ເຂົາເຈົ້າປະເພດ 5 ຊຶ່ງ ເຮັດໃຫ້ປະຊາຊົນບໍ່ພໍໃຈຕໍ່ຄ່າຊົດເຊີຍ.

ນອກຈາກນີ້ ບັນດາ ສສຊ ເຂດເລືອກຕັ້ງອື່ນໆ ກໍໄດ້ພ້ອມ ກັນປະກອບຄຳຄິດຄຳເຫັນໃສ່ ບົດລາຍງານຂອງລັດຖະບານ, ພ້ອມທັງສະເໜີຫຼາຍບັນຫາໃຫ້ ລັດຖະບານນຳໄປພິຈາລະນາ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...