spot_img
Home​ຂ່າວທ່ອງທ່ຽວຖ້ຳນ້ຳຄ່ອມ ຄວາມງົດງາມທີ່ຖືກເຊື່ອງຊ້ອນໄວ້ໃນປ່າ ແລະ ສາຍນ້ຳ

ຖ້ຳນ້ຳຄ່ອມ ຄວາມງົດງາມທີ່ຖືກເຊື່ອງຊ້ອນໄວ້ໃນປ່າ ແລະ ສາຍນ້ຳ

Published on

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ເຮົາມາຂຶ້ນເໜືອໄປທີ່ແຂວງ ໄຊຍະບູລີ ແອັດມິນຈະພາທຸກຄົນມາຮູ້ຈັກອີກໜຶ່ງຖ້ຳທີ່ຖືກເຊື່ອງຊ້ອນໄວ້ໃນປ່າ ແລະ ສາຍນ້ຳ ນັ້ນກໍ່ຄື ຖ້ຳນ້ຳຄ່ອມ

ຖ້ຳນ້ຳຄ່ອມ ຕັ້ງຢູ່ບ້ານນ້ຳຄ່ອມເຊິ່ງຫ່າງຈາກເທດສະບານຂອງຕົວເມືອງຊຽງຮ່ອນ ແຂວງໄຊຍະບູລີປະມານ 18 ກິ ໂລແມັດ, ເປັນຖ້ຳທຳມະຊາດທີ່ຕັ້ງຢູ່ເທິງຍອດພູຂອງແມ່ນ້ຳຄ່ອມ, ພື້ນທີ່ຂອງຖ້ຳຕັ້ງຢູ່ທ່າມກາງປ່າດົງຕຶບຫນາທີ່ເຍືອກເຢັນມີຫ້ວຍນ້ອຍຫຼາຍສາຍເຊິ່ງເປັນສາຂາຂອງແມ່ນ້ຳຄ່ອມ ແລະ ມີປູປາຫຼາຍຊະນິດອາໄສຢູ່. ບໍລິເວນດັ່ງກ່າວຍັງມີສັດປ່າເປັນຈຳນວນຫຼວງຫຼາຍ, ມີຢາພື້ນເມືອງຫຼາຍຊະນິດທີ່ເກີດຢູ່ຕາມໜ້າຜາແລະຫີນບໍລິເວນຖ້ຳ. ນອກນັ້ນຢູ່ພາຍໃນຖ້ຳຍັງມີຮູບສິງ, ຮູບເສືອ ແລະ ລວດລາຍສີລະປະຕ່າງໆທີ່ສວຍງາມ.

ຖ້ຳແຫ່ງນີ້ເປັນຖ້ຳທີ່ຕິດພັນກັບການປະຕິວັດເພາະວ່າບໍລິເວນເຂດນີ້ຍັງເປັນເຂດພື້ນຖານຂອງການປະຕິວັດຊາດນັບຕັ້ງແຕ່ຊຸ່ມປີ 1950 ເປັນຕົ້ນມາ, ມີນັກປະຕິວັດທີ່ສຳຄັນຫຼາຍທ່ານໄດ້ອາໃສຖ້ຳແຫ່ງນີ້ເປັນຖານທີ່ໝັ້ນໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝຣັ່ງຄື: ທ່ານ ພູມີ ວົງວິຈິດ, ທ່ານ ອຸດຕະມະ ຈຸນລະມະນີ, ທ່ານ ມະຫາຄຳພັນ ວໍລະຈິດ, ທ່ານ ໜານສະຫວັດ ຍົດບຸນ ແລະ ກຳລັງອາສາສະໝັກຂອງຫວຽດນາມໜຶ່ງໝວດໄດ້ປະຊຸມປຶກສາຫາລື ກັນເພື່ອວາງແຜນຂົນຂວາຍປະຊາຊົນເຜົ່າມົ້ງ 2 ບ້ານຄື: ບ້ານພູລ້ານຫຼວງ ແລະ ບ້ານແກ້ວ ໃຫ້ມາເຂົ້າຮ່ວມຕໍ່ສູ້ກູ້ຊາດກັບກຳລັງປະຕິວັດເພື່ອຕໍ່ຕ້ານກັບຈັກກະພັດອາເມລິກາ ແລະ ທະຫານຮັບຈ້າງຂອງໄທ ແຕ່ ປີ 1961 ເຖິງປີ 1973 ຢ່າງພິລະອາດຫານ. ຫຼັງຈາກນັ້ນ, ຖ້ຳແຫ່ງນີ້ໄດ້ກາຍເປັນບ່ອນເພິ່ງພາອາໄສຂອງກຳລັງປະຕິວັດຜູ້ຮັກຊາດ ແລະ ອ້າຍນ້ອງອາສາສະມັກຫວຽດນາມ, ໄດ້ຕັ້ງສຳນັກງານຢູ່ຖ້ຳແຫ່ງນີ້ເປັນເວລາ 20 ກວ່າປີ. ນອກນັ້ນຖ້ຳແຫ່ງນີ້ຍັງໄດ້ກາຍເປັນຈຸດຍຸດທະສາດທີ່ສຳຄັນອີກບ່ອນຫນື່ງ ເພາະວ່າເມື່ອເຮົາຢືນຢູ່ຈຸດນີ້ຈະສາມາດເບິ່ງເຫັນທິວທັດອ້ອມຂ້າງຂອງສັດຕູຜູ້ຮຸກຮານແລະສາມາດແນມເຫັນທຳມະຊາດອັນສວຍງາມຂອງຕົວເມືອງຊຽງ ຮ່ອນອີກດ້ວຍ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...