Homeສຸຂະພາບ ແລະ ສີ່ງແວດລ້ອມ8 ເຫດຜົນທີ່ຄວນກິນຂີງທຸກວັນ

8 ເຫດຜົນທີ່ຄວນກິນຂີງທຸກວັນ

Published on

ຂີງ ເປັນສ່ວນປະສົມໃນການປະກອບອາຫານ ແລະຍັງມີສັບພະຄຸນເປັນຢາ ທີ່ໃຊ້ກັນມາດົນນານແລ້ວ ເຊິ່ງຂີງມີປະໂຫຍດຫຼາຍຕໍ່ສຸຂະພາບເຊັ່ນ: ບັນເທົາອາການປວດ, ບັນຫາການຍ່ອຍອາຫານ ແລະບັນເທົາອາການປວດຮາກໄດ້

  1. ຂີງຊ່ວຍບັນເທົາອາການປວດກ້າມເນື້ອໄດ້ 25%, ບັນເທົາອາການປວດປະຈຳເດືອນໄດ້
  2. ຊ່ວຍຫຼຸດຄໍເລດເຕີຣອນ ແລະສາມາດຫຼຸດຄວາມສ່ຽງເປັນໂຣກຫົວໃຈໄດ້ອີກ
  3. ຊ່ວຍບັນເທົາການຍ່ອຍອາຫານ ເພາະຂີງມີສານຟິນອລ ເຊິ່ງບັນເທົາການອັກເສບຂອງລະບົບທາງເດີນອາຫານ, ນອກຈາກນີ້ຍັງກະຕຸ້ນການຜະລິດນໍ້າບີ ແລະນໍ້າລາຍ ທີ່ຊ່ວຍສົ່ງຜ່ານໄປທາງອາຫານ ແລະທາດເຫຼວສົ່ງຜ່ານໄປສູ່ທາງເດີນອາຫານ
  4. ຊ່ວຍຕ້ານອາການອັກເສບຂອງກະດູກ ເພາະພະຍາດຂໍ້ກະດູກອັກເສບ ເປັນບັນຫາທີ່ເກີດຂຶ້ນໄດ້ກັບທຸກຄົນ ເຊິ່ງເປັນການເສື່ອມຂອງຂໍ້ຕໍ່ ເຊິ່ງຈະນຳໄປສູ່ຄວາມເຈັບປວດ ໃນຂໍ້ຕໍ່ທີ່ຮ້າຍແຮງ
  5. ຂີງ ຊ່ວຍການພັດທະນາການເຮັດວຽກຂອງສະໝອງໃຫ້ດີຂຶ້ນ ເພາະອາຍຸຫຼາຍຂຶ້ນ ກໍ່ໃຫ້ເກີດພະຍາດເສື່ອຂໍ້າເຮື້ອ ແລະການອັກເສບຊໍ້າເຮື້ອ ເຊິ່ງຈະນຳໄປສູ່ພາວະສະໝອງເສື່ອມເຊັ່ນ: ພະຍາດອັນໄຊເມີ
  6. ຊ່ວຍບັນເທົາອາການປວດຮາກ ການບໍລິໂພກຂີງສົດ ຫຼືຊາຂີງ ຈະສົ່ງຜົນດີໃນການປິ່ນປົວອາການປວດຮາກ ໂດຍສະເພາະແມ່ຍິງຖືພາ, ອາການແພ້ທ້ອງ ແລະປິ່ນປົວພະຍາດມະເຮັງໄດ້
  7. ຊ່ວຍຫຼຸດຄວາມສ່ຽງຂອງພະຍາດຫົວໃຈໄດ້ຢ່າງໜ້ອຍ 10%
  8. ຂີງ ມີຄຸນສົມບັດຕ້ານມະເຮັງດ້ວຍການກິນສານສະກັດຈາກຂີງ 2 ກຣາມຕໍ່ວັນ ຈະຊ່ວຍເຮັດໃຫ້ໄຊໂຕໄຄ ທີ່ກະຕູ້ນໃຫ້ເກີດການອັກເສບໃນລຳໄສ້ໃຫຍ່ຫຼຸດລົງ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...