spot_img
Homeຂ່າວເຫດການສະພາບອາກາດ ປະຈຳວັນທີ 27 ເມສາ 2017

ສະພາບອາກາດ ປະຈຳວັນທີ 27 ເມສາ 2017

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ປະກາດແຈ້ງເຕືອນພາຍຸລະດູຮ້ອນ ຈົ່ງລະມັດລະວັງສະພາບລົມພັດແຮງ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະ​ຈຳ​ວັນ​ທີ 27 ເມ​ສາ 2017 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ, ພ້ອມດຽວກັນກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ ພັດປົກຄຸມດ້ວຍກຳລັງປານກາງຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນທ້າຍຕອນບ່າຍ ຫາຄ່ຳ ຢູ່ແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ.

ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບ ສະພາບລົມພັດແຮງ ແລະຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ເຊິ່ງອາດຈະເຮັດໃຫ້ມີຕົ້ນໄມ້ – ເສົາໄຟຟ້າຫັກ, ເຮືອນຊານເປ່ເພ ແລະ ຂໍໃຫ້ຫຼີກລ້ຽງການຈອດລົດຢູ່ກ້ອງຕົ້ນໄມ້ໃຫຍ່ໃນໄລຍະດັ່ງກ່າວ.

  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ
  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ
  • ສະພາບອາກາດ ແຂວງພາກກາງ
  • ສະພາບອາກາດ ແຂວງພາກໃຕ້

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...