Homeນານາສາລະອັນຕະລາຍຈາກເສື້ອຊ້ອນ ແບບໂຄງລວດ

ອັນຕະລາຍຈາກເສື້ອຊ້ອນ ແບບໂຄງລວດ

Published on

2

ສໍາຫລັບສາວໆທີ່ຕ້ອງການມີໜ້າເອິກທີ່ເຄັ່ງຕຶງ ແບບໄດ້ຮູບ ຫລາຍຄົນຫັນໜ້າເຂົ້າຫາເສື້ອຊ້ອນແບບທີ່ມີໂຄງລວດເພື່ອປັບໜ້າເອິກໃຫ້ງົດງາມຕາມທີ່ຕ້ອງການ, ຂໍເຕືອນທຸກໆຄົນໄວ້ວ່າອັນຕະລາຍຈາກເສື້ອຊ້ອນຊະນິດນ້ອຍໆໄດ້ມີພຽງອາການເຈັບຈາກການຖືກ ກົດ ຮັດເທົ່ານັ້ນ ຍັງມີອັນຕະລາຍ ໃນແບບອື່ນໆ ທີ່ມີຜົນຕໍ່ສຸຂະພາບໂດຍກົງ

  1. ການບີບຮັດຂອງເສື້ອຊ້ອນ ຊະນິດນີ້ ຈະເຮັດໃຫ້ລະບົບຍ່ອຍອາຫານຂອງທ່ານມີປັນຫາ ເມື່ອທ່ານກິນອາຫານເຂົ້າໄປ ການບີບຮັດທີ່ມີຜົນເຮັດໃຫ້ຫລອດອາຫານຕີບ ກໍ່ຈະເຮັດໃຫ້ທ່ານກິນອາຫານລໍາບາກ ແລະ ອາຫານກໍ່ບໍ່ສາມາດຍ່ອຍໄດ້ຕາມທີ່ມັນຄວນຈະເປັນ
  2. ຈະເຮັດໃຫ້ຮ່າງກາຍປ່ອຍກະແສໄຟຟ້າອອກມາ ເຊິ່ງສົ່ງຜົນໃຫ້ທ່ານສູນເສຍພະລັງງານຢ່າງວ່ອງໄວ ຈະມີອາການເມື່ອຍງ່າຍ ແລະ ຮູ້ສຶກບໍ່ມີແຮງ
  3. ເຮັດໃຫ້ໂຄງລວດຂັດຂວາງການໃຫລວຽນຂອງນໍ້າເຫລືອງ ເຊິ່ງມີສ່ວນສໍາຄັນ ໃນການຂັບສານຜິດໃນເຕົ້ານົມ
  4. ຈະເຮັດໃຫ້ການເຄື່ອນໃຫວຂອງ ກະດູກຂ້າງ ແລະ ກ້າມຊີ້ນກໍາບັງ ມີປັນຫາສົ່ງຜົນເຮັດໃຫ້ທ່ານຫາຍໃຈຫອບຢູ່ຕະຫລອດ ແລະ ສະມັດຕະພາບຂອງຫົວໃຈກັບປອດຈະເຊື່ອມລົງຢ່າງຊ້າໆ
  5. ດ້ວຍການບີບຮັດຂອງເສື້ອຊ້ອນຊະນິດນີ້ ຈະເຮັດໃຫ້ເກີດການຂັດຂວາງການໃຫລວຽນຂອງເລືອດລົມພາຍໃນຮ່າງກາຍສ່ວນເທິງແລະສ່ວນລຸ່ມ ມີຜົນເຮັດໃຫ້ການເຮັດວຽກຂອງອາໄວຍະວະຕ່າງໆໃນຮ່າງກາຍມີປັນຫາ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...