spot_img
Homeຂ່າວພາຍ​ໃນສຕລ ສັ່ງລົງໂທດ ກຳມະການຕັດສິນບານນັດ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ

ສຕລ ສັ່ງລົງໂທດ ກຳມະການຕັດສິນບານນັດ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ

Published on

ເຟສບຸກເພສ Lao Premier League ລາຍງານເມື່ອວັນທີ 19 ເມສາ 2017 ວ່າ ທາງ ສຕລ ອອກຄຳສັ່ງລົງໂທດ ” ທ່ານ ໄຊຊະນະ ບັນນະວົງ ” ກຳມະການຕັດສິນບານ ໃນນັດການແຂ່ງຂັນລະຫວ່າງ ສະໂມສອນ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ ໃນວັນທີ 09/04/2017 ທີ່ຜ່ານມາ.

– ອີງຕາມ : ບົດລາຍງານຂອງຄະນະຮັບຜິດຊອບກຳມະການຕັດສິນ ລາວພຣີເມຍລີກ 2017 ຄັ້ງວັນທີ 18/04/2017
– ອີງຕາມ : ການຕົກລົງເຫັນດີຂອງຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ
– ອີງຕາມ : ການຕົກລົງເຫັນດີຂອງຄະນະຮັບຜິດຊອບກຳມະການຕັດສິນ ສະຫະພັນບານເຕະແຫ່ງຊາດລາວ
ຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງວິໄນ ” ທ່ານ ໄຊຊະນະ ບັນນະວົງ ” ບໍ່ໃຫ້ລົງເຮັດຫນ້າທີ່ ຕັດສິນ, ຜູ້ຊ່ວຍກຳມະການຕັດສິນ ຫລື ເປັນກຳມະການ 4 ໃນເວລາ ແຂ່ງຂັນເປັນຈໍານວນ 5 ນັດ, ເນື່ອງຈາກວ່າຜູ້ກ່ຽວໄດ້ຕັດສິນຍົກທຸງລໍ້າຫນ້າຜິດພາດ, ໃນຈັງຫວະທີ່ນັກກິລາຂອງສະໂມສອນ ນະຄອນຫລວງ ຢູໄນເຕັດ ໄດ້ເອົາຫົວຕີບານເຂົ້າປະຕູຂອງສະໂມສອນ ມຊ ແລະ ໄດ້ຕັດສິນບໍ່ໃຫ້ເປັນປະຕູ ໃນການແຂ່ງຂັນ ລາວພຣີເມຍລີກ 2017 ນັດທີ 07 ລະຫວ່າງ ສະໂມສອນ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ ໃນວັນທີ 09/04/2017 ເວລາ 17:00ໂມງ ທີ່ສະຫນາມກິລາເຈົ້າອານຸວົງ, ພ້ອມດຽວກັນນັ້ນທາງ ຄະນະ ສຕລ ຍັງຈະໄດ້ເອີ້ນກຳມະການຕັດສິນ 2 ທ່ານຄື: ທ່ານ ໄຊປະເສີດ ພົງຊະນິດ ແລະ ທ່ານ ພອນສຸກສິນ ເຕໂຊ ເຂົ້າມາສຶກສາອົບຮົມໃນການເວົ້າຈາບໍ່ສຸພາບຕໍ່ຄູຝຶກ ແລະ ນັກກິລາ ໃນນັດທີຜ່ານໆມາ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...