Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບອຸປະຕິເຫດໃນຊ່ວງສະຫຼອງບຸນປີໃໝ່ລາວໃນ 5 ວັນ

ສະຫຼຸບອຸປະຕິເຫດໃນຊ່ວງສະຫຼອງບຸນປີໃໝ່ລາວໃນ 5 ວັນ

Published on

ຕາມຂໍ້ມູນສະຖິຕິຈາກກົມຕຳຫຼວດຈະລາຈອນໃຫ້ຮູ້ວ່າ: ໃນໄລຍະສະຫຼອງບຸນປີໃໝ່ລາວທົ່ວປະເທດ ພສ 2560 ນັບຕັ້ງແຕ່ວັນທີ 12-16 ເມສາ 2017 ໃນ 5 ວັນຜ່ານມາ ມີອຸປະຕິເຫດເກີດຂຶ້ນທັງໝົດ 271 ລາຍ, ພາຫະນະເປ່ເພ 478 ຄັນ, ຄົນໄດ້ຮັບບາດເຈັບ 429 ຄົນ ແລະມີຄົນເສຍຊີວິດ 39 ຄົນ ເພີ່ມຂຶ້ນ 12 ຄົນ

ອຸປະຕິເຫດສ່ວນຫຼາຍເກີດຂຶ້ນຍ້ອນ ການດື່ມສິ່ງມຶນເມົາ, ເມົາແລ້ວຂັບ, ຂັບໄວເກີນກຳນົດ, ຊິ້ງແບບບໍ່ຮັບປະກັນຄວາມປອດໄພ ແລະ ສະພາບເຕັກນິກລົດ ບໍ່ໄດ້ມາດຕະຖານ

ສຳລັບໃນນະຄອນຫຼວງມີອຸປະຕິເຫດເກີດຂຶ້ນທັງໝົດ 53 ລາຍ ເພີ່ມຂຶ້ນ 4 ລາຍ ຖືວ່າຍັງຕິດອັນດັບໜຶ່ງ, ມີພາຫະນະເປ່ເພ 115 ຄັນ ເພີ່ມຂຶ້ນ 26 ຄັນ, ຄົນໄດ້ຮັບບາດເຈັບ 62 ຄົນ ຫຼຸດລົງ 34 ຄົນ ແລະເສຍຊີວິດ 10 ຄົນ ເພີ່ມຂຶ້ນ 2 ຄົນ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ຮູບພາບ: ຈາກອິນເຕີເນັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...