Homeຂ່າວຕ່າງປະເທດປະຊາຊົນຕວກກີ ອອກໄປລົງປະຊາມະຕິວ່າຈະ ເລືອກ ຫຼືບໍ່ເລືອກ ລະບອບປະທານາທິບໍດີ

ປະຊາຊົນຕວກກີ ອອກໄປລົງປະຊາມະຕິວ່າຈະ ເລືອກ ຫຼືບໍ່ເລືອກ ລະບອບປະທານາທິບໍດີ

Published on

ສຳນັກຂ່າວເອເອຟພີ ແລະຣອຍເຕີ ລາຍງານເມື່ອວັນທີ 16 ເມສາ 2017 ຜ່ານມາວ່າ ປະຊາຊົນຊາວຕວກກີ ໄດ້ພາກັນອອກໄປລົງປະຊາມະຕິວ່າ ຈະເຫັນດີ ກັບການປ່ຽນແປງລັດຖະທຳມະນູນ ເປັນລະບອບປະທານາທິບໍດີ ຫຼືບໍ່,​ເຊິ່ງການປ່ຽນແປງດັ່ງກ່າວ ຈະເປັນການເພີ່ມອຳນາດໃນການບໍລິຫານປະເທດໃຫ້ແກ່ປະທານາທິບໍດີ ເຣເຈພ ເທຢິບ ແອຣ໌ໂດອານ ແຫ່ງຕວກກີ ແທນທີ່ອຳນາດການບໍລິຫານຈະຂອງສະມາຊິກສະພາຜູ້ແທນ

ທັງນີ້ມີປະຊາຊົນຕຸວກກີ ທີ່ມີສິດລົງປະຊາມະຕິມີປະມານ 55.3 ລ້ານກວ່າຄົນ ຖ້າວ່າປະຊາຊົນມີມະຕິສະໜັບສະໜູນກໍຈະເປັນການເປີດທາງໃຫ້ທ່ານ ແອຣ໌ໂດອານ ມີອຳນາດຫຼາຍກວ່າຜູ້ນຳຄົນອື່ນໆ ຂອງຕວກກີຜ່ານມາ ແລະຈະເຮັດໃຫ້ທ່ານ ແອຣ໌ໂດອານ ເປັນຜູ້ນຳຕວກກີໄປຈົນຮອດປີ 2029

ຜົນການສຳຫຼວດກ່ອນໜ້ານີ້ພົບວ່າ ມີຜູ້ລົງຄະແນນຕອບຮັບຫຼາຍກວ່າຜູ້ປະຕິເສດ ແຕ່ກໍມີຄະແນນນຳພຽງເລັກນ້ອຍເທົ່ານັ້ນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...