Homeຂ່າວເຫດການຜູ້ໂດຍສານ ຫຼັກຊາວ-ວຽງຈັນ ນ້ຳຕາຕົກໃນ ນັ່ງຕັ່ງເສີມພ້ອມທັງເກັບເງິນແພງກວ່າປົກກະຕິ

ຜູ້ໂດຍສານ ຫຼັກຊາວ-ວຽງຈັນ ນ້ຳຕາຕົກໃນ ນັ່ງຕັ່ງເສີມພ້ອມທັງເກັບເງິນແພງກວ່າປົກກະຕິ

Published on

ຜູ້ໂດຍສານສາຍໃຕ້ (ຫຼັກຊາວ-ວຽງຈັນ) ນໍ້າຕາຕົກໃນ ເຈົ້າຂອງລົດຮັບຜູ້ໂດຍສານເກີນຈຳນວນຕັ່ງນັ່ງ ພ້ອມທັງເກັບເງິນຄ່າລົດແພງກວ່າປົກກະຕິ.

ວັນທີ 16 ເມສາ 2017 ທີ່ຜ່ານມາຜູ້ໂດຍສານທ່ານໜຶ່ງ ທີ່ບໍ່ປະສົງອອກນາມໄດ້ແຈ້ງຕໍ່ນັກຂ່າວພວກເຮົາວ່າ ຕົນເອງໄດ້ເດິນທາງຈາກຫຼັກຊາວ ຂຶ້ນໄປຍັງເມືອງປາກຊັນ ແຂວງບໍລິຄຳໄຊ ດ້ວຍສະພາບລົດທີ່ແອອັດຫຍັດແຫຍ້ ພ້ອມກັນນັ້ນພໍເຖິງເວລາເກັບເງິນກໍເກັບແພງກວ່າປົກກະຕິ ຄືຈາກຫຼັກຊາວ-ປາກຊັນ ໂດຍປົກກະຕິແລ້ວແມ່ນບໍ່ເກີນ 50,000 ກີບ ແຕ່ສຳລັບມື້ນີ້ ພໍຮອດເວລາເກັບເງິນ (ລະຫວ່າງການເດິນທາງ) ເຈົ້າຂອງລົດໄດ້ແຈ້ງວ່າ ຈະຂຶ້ນຢູ່ໃສລົງໃສ ກໍເກັບໃນລາຄາດຽວລວດ ຄື 85,000 ກີບ.

ນອກຈາກນັ້ນ, ສະພາບການຮັບຜູ້ໂດຍສານກໍເກີນຄວາມຈຸຂອງລົດ ໂດຍບອກຜູ້ໂດຍສານທີ່ລັດຂຶ້ນກາງທາງວ່າ ຂຶ້ນມາໂລດຈັກໜ້ອຍຈະມີຄົນລົງແລ້ວກໍຈະໄດ້ເຂົ້ານັ່ງເບາະ ແລ້ວກໍເອົາຕັ່ງຢາງຫົວກຸດຢາຍໃສ່ທາງຍ່າງເທິງລົດໃຫ້ຄົນນັ່ງຕິດໆກັນເລີຍ ຈົນບໍ່ສາມາດຍ່າງເຂົ້າຫຼືອອກໄດ້.

ຜູ້ໂດຍສານຄົນດຽວກັນໄດ້ກ່າວຕື່ມວ່າ: ການຮັບຜູ້ໂດຍສານຫຼາຍຄືຈັ່ງຊີ້ນອກຈາກຈະຜິດຕໍ່ກົດໝາຍວ່າດ້ວຍການຄຸ້ມຄອງຜູ້ບໍລິໂພກແລ້ວ ຍັງສ່ຽງຕໍ່ອຸບັດເຫດເປັນຢ່າງສູງ ເນື່ອງຈາກເສັ້ນທາງຫຼັກຊາວຜ່ານພູສູງຊັນ ຄົດລ້ຽວ ອັນຕະລາຍ ຫຼືຖ້າຫາກເກີດອຸບັດເຫດຂຶ້ນມາ ມີໄຟໄໝ້ລົດ ຜູ້ໂດຍສານກໍບໍ່ສາມາດແລ່ນອອກໄດ້.

ເມື່ອນັກຂ່າວເຮົາຖາມວ່າ ຕະຫຼອດການເດິນທາງໄດ້ມີເຈົ້າໜ້າທີ່ຕຳຫຼວດຈະລາຈອນລັດແລະກວດກາເບິ່ງການບໍລິການຂອງລົດເມຄັນດັ່ງກ່າວຫຼືບໍ່?. ກໍໄດ້ຄຳຕອບວ່າ: ຕະຫຼອດການເດິນທາງແມ່ນຜ່ານຈຸດກວດຂອງເຈົ້າໜ້າທີ່ຈະລາຈອນບ່ອນໜຶ່ງ ເຊິ່ງລົດເມຄັນດັ່ງກ່າວກໍໄດ້ຈອດ ແຕ່ບໍ່ເຫັນມີເຈົ້າໜ້າທີ່ເພິ່ນຂຶ້ນມາກວດເບິ່ງເທິງລົດເລີຍ.

ສຸດທ້າຍຜູ້ໂດຍສານໄດ້ກ່າວວ່າ ຢາກໃຫ້ມີບ່ອນແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງ ຕິດໄວ້ເທິງລົດເມທຸກຄັນ ເຊັ່ນ ເບີໂທຂອງຕຳຫຼວດຈະລາຈອນ ຫຼືໜ່ວຍງານທີ່ຮັບຜິດຊອບຄຸ້ມຄອງການແລ່ນລົດໂດຍສານ ເມື່ອຜູ້ໂດຍສານບໍ່ໄດ້ຮັບຄວາມເປັນທຳຈະໄດ້ໂທແຈ້ງ. ເພາະແນ່ນອນວ່າຜູ້ໂດຍສານບໍ່ກ້າທີ່ຈະຖົກຖຽງກັບເຈົ້າຂອງລົດເທິງລົດເມໂດຍເດັດຂາດ ເພາະເວລາເກັບເງິນແມ່ນເພິ່ນມັກຈະເກັບຫຼັງຈາກລົດແລ່ນອອກໄປໄກແລ້ວ ຫຼືກຳລັງແລ່ນຢູ່ໃນເຂດຫ່າງໄກຊຸມຊົນ, ຖ້າມີການໂວຍວາຍຂຶ້ນກໍອາດຈະຖືກໄລ່ລົງລົດກໍໄດ້.

ຜູ້ໂດຍສານອຸ້ມລູກນັ່ງຕັ່ງເສີມ ດ້ວຍໄລຍະທາງທີ່ຍາວໄກ ແຖມເກັບເງິນລາຄາດຽວລວດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...