Homeຂ່າວພາຍ​ໃນພິທີເປີດໂຄງການກໍ່ສ້າງເຈາະອຸມົງ ລົດໄຟລາວ-ຈີນ ຜ່ານແຂວງອຸດົມໄຊ

ພິທີເປີດໂຄງການກໍ່ສ້າງເຈາະອຸມົງ ລົດໄຟລາວ-ຈີນ ຜ່ານແຂວງອຸດົມໄຊ

Published on

ໃນຕອນເຊົ້າຂອງວັນທີ 6 ເມສາ 2017 ຜ່ານມາ ທີ່ສະໜາມພູວັດບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ໄດ້ມີພິທີເປີດໂຄງການກໍ່ສ້າງເຈາະອຸມົງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມ ໂດຍມີທ່ານ ເພັດສາຄອນ ຫຼວງອາໄພ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ມີທ່ານ ໜີ່ປ່າກວາງ ກົງສູນໃຫຍ່ ແຫ່ງ ສປຈີນ ປະຈຳແຂວງຫຼວງພະບາງ, ມີທ່ານ ປໍທອງໂງ່ນພະຈັນ ຮອງຫົວໜ້າກົມຂົວທາງ ຮອງຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຈາກບໍ່ເຕັ່ນເຖິງນະຄອນຫຼວງວຽງຈັນ) ທັງເປັນຜູ້ຕາງໜ້າກະຊວງ ໂຍທາທິການ ແລະຂົນສົ່ງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນພິທີດັ່ງກ່າວ ໄດ້ມີການທຳພິທີທາງສາສະໜາ ຮີດຄອງປະເພນີຂອງຄົນລາວທີປະຕິບັດມາແຕ່ດົນນານ ເພື່ອໃຫ້ການກໍ່ສ້າງດຳເນີນໄປດ້ວຍດີ ປາສະຈາກອຸປະສັກຕ່າງໆ ທີ່ຈະເກີດຂຶ້ນກັບອ້າຍນ້ອງພະນັກງານ ທີ່ປະຕິບັດໜ້າທີຕົວຈິງ

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ໄດ້ກ່າວໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງໂຄງການກໍ່ສ້າງດັ່ງກ່າວ, ດ້ານການລົງທຶນ ເຊິ່ງລັດໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕໍ່າໃນອັດຕາ 2,3 ເປີເຊັນ ແລະ ຈີນຖືຫຸ້ນ 70%, ລາວຖືຫຸ້ນ 30% ທາງແລ່ນຜ່ານອຸດົມໄຊຍາວປະມານ  126,6 ກິໂລແມັດ ກວມ 30,6% ເຊິ່ງກວມເອົາ 3 ສັນຍາການກໍ່ສ້າງຄື: ໜຶ່ງແມ່ນເລີ່ມແຕ່ກິໂລແມັດທີ່ 16+900 ຫາ ກິໂລແມັດ 68+730 (ຍາວ 51,83ກິໂລແມັດ) ແມ່ນບໍລິສັດວິສະວະກໍາ ທາງລົດໄຟເລກ 5 ເປັນຜູ້ຮັບເໝົາ, ສອງແມ່ນເລີ່ມແຕ່ກິໂລແມັດ ທີ່ 68+730 ຫາ ກິໂລແມັດ 137+580 (ຍາວ 68.85 ກິໂລແມັດ) ແມ່ນບໍລິສັດບໍລິສັດວິສະວະກຳສາກົນ ເປັນຜູ້ຮັບເໝົາ ແລະ ສາມ ແມ່ນເລີ່ມແຕ່ ກິໂລແມັດທີ່ 137+580 ຫາ ກິໂລແມັດ 143+500 (ຍາວ 5,92 ກິໂລແມັດ) ໂດຍແມ່ນບໍລິສັດວິສະວະກໍາ ທາງລົດໄຟເລກ 8 ເປັນຜູ້ຮັບເໝົາ, ໃນນີ້ລວມມີຂົວ  57  ແຫ່ງ, ມີຄວາມຍາວທັງໝົດ 12,69 ກິໂລແມັດ, ອຸມົງມີ 34 ຈຸດມີຄວາມວຍາວທັງໝົດ 75,72 ກິໂລແມັດ ,ມີສະຖານີ 9 ສະຖານນີ  ໃນນີ້ຢູ່ເມືອງນາໝໍ້ມີສອງຈຸດ,  ຢູ່ເມືອງງາມີ 4 ຈຸດ ແລະເມືອງໄຊ 3 ຈຸດ ແລະສາມາດມອບສະໜາມໃຫ້ແກ່ຜູ້ຮັບເໝົາ ໄດ້ທັງໝົດ 14 ຈຸດ, ຈາກທັງໝົດ 19 ຈຸດ, ຈຸດຕັ້ງແຄັມ 21 ຈຸດ, ຈຸດຕັ້ງສາງລະເບີດ 6 ຈຸດ, ຈຸດຖິ້ມດິນມີ 20 ຈຸດ.

ນອກນີ້ຍັງໄດ້ຮັບຟັງການມີຄວາມເຫັນຂອງຕາງໜ້າບໍລິສັດຜູ້ຮັບເໝົາ ເຊິ່ງທາງບໍລິສັດໃຫ້ປະຕິຍານວ່າຈະປະຕິບັດໂຄງການນີ້ໃຫ້ດີ ແລະ ມີປະສິດທີ່ພາບ ໃສ່ໃຈຄວາມປອດໄພ ແລະສິ່ງແວດລ້ອມ, ພາຍຫຼັງສຳເລັດພີທີທາງການແລ້ວ ທັງສອງຝ່າຍກໍ່ໄດ້ຮ່ວມກັນຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສັນຍານໃຫ້ແກ່ການເປີດໂຄງການດັ່ງກ່າວ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...