spot_img
Homeຂ່າວທ້ອງຖິ່ນເລີ່ມຂຸດເຈາະອຸບມົງເສັ້ນທາງລົດໄຟຢູ່ແຂວງວຽງຈັນ

ເລີ່ມຂຸດເຈາະອຸບມົງເສັ້ນທາງລົດໄຟຢູ່ແຂວງວຽງຈັນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 4 ເມສາ 2017 ນີ້ວ່າ ເຈົ້າໜ້າທີ່ໂຄງການເສັ້ນທາງລົດໄຟລາວ-ຈີນໄດ້ເຄັ່ງຮ້ອນບຸກເບີກແລວເສັ້ນທາງ ແລະ ຂຸດເຈາະອຸບມົງລອດພື້ນລົດໄຟຫ້າວຫັນເພື່ອຮັບປະກັນເຮັດໃຫ້ວຽກບາງຈຸດສໍາຄັນມີຄືບໜ້າຕາມແຜນ ປັດຈຸບັນນີ້ ການບຸກເບີກ ແລະ ຂຸດເຈາະເສັ້ນທາງລົດໄຟໃນແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ ແລະ ແຂວງວຽງຈັນໄດ້ດໍາເນີນການຈັດຕັ້ງປະຕິບັດໄວເກີນຄາດໂດຍໃຊ້ເຄື່ອງກົນຈັກທັນສະໄໝ.

ທ່ານ ຕຸ່ນ ເຈົ້າໜ້າທີ່ພາກສະໜາມໄດ້ເປີດເຜີຍຜ່ານທາງເຟສບຸກຂອງຕົນໃນວັນທີ 4 ເມສາ 2017 ນີ້ວ່າ: ການຂຸດເຈາະອຸບມົງເສັ້ນທາງລົດໄຟຢູ່ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນໄດ້ດໍາເນີນໄປດ້ວຍຄວາມລາບລື້ນ ເຖິງແມ່ນວ່າລະດູຝົນຈະເຂົ້າມາໃນອີກ 2 ເດືອນຕໍ່ໜ້າ ແຕ່ນັກວິຊາການ ພ້ອມກໍາມະກອນກໍບໍ່ຫວັ່ນໄຫວ ເນື່ອງຈາກວ່າລະບົບການເຮັດວຽກມີແຜນທີ່ດີ ແລະ ມີກົນຈັກທັນສະໄໝ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...