Homeຂ່າວຕ່າງປະເທດໂຄລອມເບຍ ເລັ່ງລະດົມເຈົ້າໜ້າທີ່ຊ່ວຍເຫຼືອຜູ້ປະສົບໄພດິນຕົມຖະລົ່ມ

ໂຄລອມເບຍ ເລັ່ງລະດົມເຈົ້າໜ້າທີ່ຊ່ວຍເຫຼືອຜູ້ປະສົບໄພດິນຕົມຖະລົ່ມ

Published on

ທາງການໂຄລອມເບຍເລັ່ງໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພຈາກເຫດການດິນຕົມຖະລົ່ມຄັ້ງໃຫຍ່ທີ່ແຂວງ ປູຕູມາໂຍ ເຊິ່ງຢູ່ທາງພາກໃຕ້ຂອງປະເທດ ຫຼັງຝົນທີ່ຕົກໜັກຈິ່ງເຮັດໃຫ້ແມ່ນ້ຳໃນແມ່ນ້ຳລົ້ນຝັ່ງໄຫລບ່າເຂົ້າຖ້ວມບ້ານເຮືອນພ້ອມກັບຂີ້ຕົມຈຳນວນຫຼາຍ ທັງນີ້ເມືອງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄື ເມືອງ ໂມໂກອາ ເຊິ່ງແມ່ນ້ຳທັງ 3 ສາມທີ່ຢູ່ອ້ອມເມືອງລົ້ນຝັ່ງ ແລະ ພັດດິນຕົມເຂົ້າຖະລົ່ມເມືອງທັງເມືອງ

ຫຼ້າສຸດກອງທັບໂຄລອມເບຍເຜີຍວ່າ ຕົວເລກຈຳນວນຜູ້ເສຍຊີວິດຂະນະນີ້ຢູ່ທີ່ 254 ຄົນ ເຊິ່ງໃນຈຳນວນນີ້ມີເດັກນ້ອຍ 44 ຄົນ ມີຜູ້ໄດ້ຮັບບາດເຈັບອີກ 400 ຄົນ ແລະ ຍັງສູນຫາຍອີກເປັນຈຳນວນຫຼາຍ ຂະນະທີ່ທາງພາກລັດໄດ້ລະດົມກຳລັງທະຫານ ແລະ ຕຳລວດຈຳນວນ 1,000 ນາຍ ເຂົ້າຮ່ວມປະຕິບັດການລົງໃຫ້ຄວາມຊ່ວຍເລືອຜູ້ປະສົບໄພ

ປະທານາທິບໍດີ ຮວນ ມານູເອລ ຊານໂຕສ ຍອມຮັບວ່າຕົວເອລກຜູ້ເສຍຊີວິດໜ້າຈະເພີ່ມສູງຂຶ້ນອີກ ເພາະຍັງຄົງມີຜູ້ເສຍຫາຍອີກເປັນຈຳນວນຫຼາຍ ແຕ່ລັດຖະບານຈະບໍ່ຢຸດຕິການໃຫ້ຄວາມຊ່ວຍເລືອຈົນກວ່າທີ່ຈະສາມາດລະບຸຕົວຜູ້ຄົນທັງໝົດໄດ້ ແລະ ສ່າເຫດການທີ່ເກີດຂຶ້ນນີ້ເປັນຜົນມາຈາກການປ່ຽນແປງສະພາບອາກາດໂລກ ໂດຍພື້ນທີ່ປະສົບໄພມີຝົນຕົກເຖິງເກືອບ 500 ມິລລີແມັດໃນເດືອນມີນາທີ່ຜ່ານມານີ້ ເຊິ່ງຫຼາຍກວ່າ 80%

ສະພາບເຫດການໃນເມືອງ ໂມໂກອາ ຢູ່ໃນສະພາບທີ່ຮ້າຍແຮງ ເພາະດິຮຕົມໄດ້ພັດຖະລົ່ມເຮືອນຊານ, ຂົວ ຮວມມເຖິງຖະໜົນຫົນທາງ ປັດຈຸບັນນີ້ທັງໄຟຟ້າ ແລະ ນ້ຳປະປາຖືກຕັດຂາດ ແລະ ໂຮງໝໍໃນພື້ນທີ່ກໍ່ບໍ່ສາມາດໃຫ້ບໍລິການໄດ້ ສາເຫດທີ່ເຮັດໃຫ້ເຫດການຄັ້ງນີ້ມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບ, ສູນຫາຍເປັນຈຳນວນຫຼາຍ ເພາະເຫດດິນຕົມຖະລົ່ມແມ່ນເກີດຂຶ້ນໃນຕອນກາງເດິກເປັນຊ່ວງເວລາທີ່ຜູ້ຄົນນອນຫຼັບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...